何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍ​ປະ​ເທດ​ອາ​ຟ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ມີ​ທີ່​ນັ່ງ​ປະ​ເທດ​​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

2022-02-05 11:15:52 CRI

 

ວັນ​ທີ 4 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 35, ນັກ​ການ​ທູດ​ຂອງຫຼາຍ​ປະ​ເທດ​ອາ​ຟ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ຮູບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ, ທັງ​ຮຽກ​ຮ້ອງ​ໃຫ້​​ມີ​ທີ່​ນັ່ງ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ເຈົ້າ​ໜ້າ​ທີ່​ການ​ທູດ​ທີ່​ມາ​ຈາກ​ອາ​ຟ​ຣິ​ກາ​ໃຕ້ ອູ​ກັນ​ດາ ແລະ​ປະ​ເທດ​ອື່ນໆ​ເຫັນ​ວ່າ, ບໍ່​ຄວນ​ໃຫ້​ພຽງ​ແຕ່ 3 ປະ​ເທດ​ທີ່​ບໍ່​ແມ່ນ​ປະ​ເທດ​​ສະ​ມາ​ຊິກ​ຖາ​ວອນ​ຕາງ​ໜ້າ​ປະ​ເທດ​ອາ​ຟ​ຣິ​ກາ​ທັງ​ໝົດ, ນີ້​ເປັນ​ການ​ຈັດ​ສັນ​ທີ່​ບໍ່​ຍຸ​ຕິ​ທຳ ແລະ ບໍ່​ມີ​ປະ​ຊາ​ທິ​ປະ​ໄຕ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ຈົ່ງ 2 ທີ່​ນັ່ງ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ສິດ​ຢັບ​ຢັ້ງ ແລະ  2 ທີ່​ນັ່ງ​ໝູນ​ວຽນ​ທີ່​ບໍ່​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນໃຫ້​ກັບ​ອາ​ຟ​ຣິ​ກາ.

ຄຳ​ເຫັນ

0