吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHOຮຽກຮ້ອງໃຫ້ຫຼຸດຄວາມແຕກໂຕນກັນໃນດ້ານການປົວມະເຮັງລະຫວ່າງປະເທດທີ່ມີລາຍໄດ້ສູງ ແລະ ຕ່ຳ.

2022-02-05 14:06:42 CRI

WHOຮຽກຮ້ອງໃຫ້ຫຼຸດຄວາມແຕກໂຕນກັນໃນດ້ານການປົວມະເຮັງລະຫວ່າງປະເທດທີ່ມີລາຍໄດ້ສູງ ແລະ ຕ່ຳ._fororder_世界癌症日

 

    ເນື່ອງໃນໂອກາດວັນມະເຮັງໂລກປີ 2022, ອົງການອະນາໄມໂລກ ຫຼື WHOໄດ້ຮຽກຮ້ອງໃຫ້ຫຼຸດຄວາມແຕກໂຕນກັນໃນດ້ານການປົວມະເຮັງລະຫວ່າງປະເທດທີ່ມີລາຍຮັບສູງ ແລະ ຕ່ຳ.


    ວັນທີ 4 ກຸມພານີ້ເປັນວັນມະເຮັງໂລກ, ຫົວຂໍ້ປີນີ້ແມ່ນ “ປັບປຸງຊັບພະຍາກອນສາທາລະນະສຸກ ໝົດທຸກຄົນສາມາດເຂົ້າເຖິງການປິ່ນປົວ”. ວັນທີ 3 ກຸມພານີ້, ໃນປະກາດແຈ້ງການສະບັບໜຶ່ງ ຂອງອົງການ WHO ໄດ້ກ່າວວ່າ: ມະເຮັງເປັນສາເຫດຕົ້ນຕໍອັນຫນຶ່ງທີ່ເຮັດໃຫ້ຄົນໃນໂລກເສຍຊີວິດເຊິ່ງພວມເຮັດໃຫ້ພາລະຂອງປະເທດຕ່າງໆເພີ່ມຂຶ້ນ. ເຖິງວ່າມະເຮັງທັງໝົດລ້ວນແຕ່ປິ່ນປົວໄດ້ ໃນນັ້ນມີມະເຮັງຈຳນວນຫຼາຍສາມາດປ້ອງກັນຫຼືປິ່ນປົວໃຫ້ຫາຍດີໄດ້, ແຕ່ໃນດ້ານການປົວມະເຮັງຂອງທົ່ວໂລກມີປາກົດການທີ່ບໍ່ສະເໝີພາບ ແລະ ບໍ່ຍຸຕິທຳ,ຄວາມແຕກໂຕນກັນລະຫວ່າງປະເທດທີ່ມີລາຍໄດ້ສູງ ແລະ ຕ່ຳແມ່ນຈະແຈ້ງທີ່ສຸດ.


     ເພື່ອຫຼຸດຄວາມແຕກໂຕນກັນແບບນີ້, ອົງການ WHO ສະເຫນີໃຫ້ປະເທດຕ່າງໆສ້າງສູນມະເຮັງແຫ່ງຊາດ ແລະ ຍົກສູງລະດັບການບໍລິການຂອງສູນມະເຮັງທີ່ໄດ້ມີຢູ່ໃນປັດຈຸບັນເພື່ອຮັບປະກັນໃຫ້ສູນມະເຮັງໄດ້ເສີມຂະຫຍາຍບົດບາດສຳຄັນໃນດ້ານການປົວມະເຮັງ.

ຄຳ​ເຫັນ

0