陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ຶນຜິງສົ່ງສານອວຍພອນໄປຍັງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 35

2022-02-06 16:24:09 cri

ທ່ານສີຈິ້ຶນຜິງສົ່ງສານອວຍພອນໄປຍັງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 35

 

  ວັນທີ 5 ກຸມພານີ້,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນ ໄປຍັງກອງປະຊຸມສຸດຍອດສະຫະພາບອາຟຣິກາຄັ້ງທີ 35 ໂດຍສະແດງຄວາມ ຊົມເຊີຍຢ່າງສຸດໃຈຕໍ່ປະເທດແລະປະຊາຊົນອາຟຣິກາ.

 

  ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ,ປີນີ້ແມ່ນປີຄົບຮອບ 20 ປີແຫ່ງການສ້າງຕັ້ງ ສະຫະພາບອາຟຣິກາ.ໃນ 20 ຜ່ານມານີ້,ສະຫະພາບອາຟຣິກາໄດ້ເຊີດຊູຄັນທຸງ ຮ່ວມການສ້າງຕົນໃຫ້ເຂັ້ມແຂງ,ຕັ້ງໜ້າຊອກຄົ້ນເສັ້ນທາງພັດທະນາທີ່ສອດຄ່ອງ ກັບອາຟຣິກາ,ຊຸກຍູ້ການກໍ່ສ້າງປະຊາຄົມໃນພາກພື້ນແລະໄດ້ຮັບຜົນສຳເລັດອັນສຳຄັນ,ປະສານງານປະເທດອາຟຣິກາສາມັກຄີກັນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19,ໄດ້ຮັກສາສັນຕິພາບ ສະຖຽນລະພາບແລະການພັດທະນາ ຂອງອາຟຣິກາຢ່າງແຂງແຮງ,ຊຸກຍູ້ໃຫ້ອິດທິພົນຊື່ສຽງແລະຖານະຂອງອາຟຣິກາຢູ່ໃນສາກົນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ.

 

  ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ,ປີ 2021 ແມ່ນປີທີ່ສາຍພົວພັນລະຫວ່າງຈີນ- ອາຟຣິກາໄດ້ຂະຫຍາຍຕົວຢ່າງຟົດຟື້ນ.ເດືອນພະຈິກປີກາຍນີ້,ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທິປຶກສາຫາລືການຮ່ວມມືຈີນ-ອາຟຣິກາໄດ້ຈັດຂຶ້ນ ຢ່າງສຳເລັດຜົນ,ໃນກອງປະຊຸມ,ຂ້າພະເຈົ້າໄດ້ປະກາດ "9 ໂຄງການ"ທີ່ຈະ ຮ່ວມມືກັບອາຟຣິກາໃນ 3 ປີຕໍ່ໜ້າ,ໄດ້ຮ່ວມກັບຜູ້ນຳຝ່າຍອາຟຣິກາທີ່ຮ່ວມ ປະຊຸມເປັນເອກະສັນກັນສະໜັບສະໜູນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາໃນຍຸກໃໝ່.ພາຍໃຕ້ສະຖານະການໃໝ່,ຝ່າຍຈີນຍິນດີີຮ່ວມກັບຝ່າຍອາຟຣິກາ,ຕັ້ງໜ້າຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມເວທີປຶກສາຫາລືໃຫ້ປາກົດ ຜົນເປັນຈິງ,ຊຸກຍູ້ການຮ່ວມມືສ້າງໜຶ່ງແລວໜຶ່ງເສັ້ນທາງ ຂໍ້ລິເລີ່ມການພັດທະນາ ຂອງໂລກກັບວາລະຮອດປີ 2063 ຂອງສະຫະພາບອາຟຣິກາແລະການກໍ່ສ້າງ ເຂດການຄ້າເສລີລົງເລິກເຊື່ອມໂຍງເຂົ້າກັນ,ນຳພາການຮ່ວມມືລະຫວ່າງຈີນ-ອາຟຣິກາຂະຫຍາຍຕົວໄປສູ່ຂົງເຂດທີ່ມີຄຸນນະພາບສູງກວ່າເກົ່າແລະກວ້າງກວ່າເກົ່າເພື່ອສືບຕໍ່ຂຽນປະຫວັດສາດໜ້າໃໝ່ແຫ່ງມິດຕະພາບຈີນ-ອາຟຣິກາ.

ຄຳ​ເຫັນ

0