吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ສະໜັບສະໜູນພິທີໄຂງານກິລາໂອລິມປິກລະດູໜາວຢ່າງຮອບດ້ານ

2022-02-06 14:27:50 CRI

CMG ສະໜັບສະໜູນພິທີໄຂງານກິລາໂອລິມປິກລະດູໜາວຢ່າງຮອບດ້ານ_fororder_webwxgetmsgimg (2)

 

    ວັນທີ 4 ກຸມພານີ້, ພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຈັດຂຶ້ນຢ່າງສຳເລັດຜົນ ໂດຍໄດ້ສະແດງງານມະຫາກຳນ້ຳກ້ອນ ແລະ ຫິມະແບບໂລມັນຕິກດ້ວຍຮູບແບບຂອງຕົນຕໍ່ທົ່ວໂລກ.ຢູ່ເບື້ອງຫຼັງງານມະຫາກຳເທື່ອນີ້, ຈາກການຖ່າຍທອດສົດຮອດການຮຽບຮຽງບົດຄວາມ, ຈາກການອອກແບບດ້ານວິຈິດຕະສິນຮອດການສະໜັບສະໜູນດ້ານເຕັກນິກ, ພະນັກງານຈາກພາກສ່ວນຕ່າງໆຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຂົ້າຮ່ວມນຳເພື່ອອອກແຮງສຸດຂີດຮັບປະກັນໃຫ້ພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບການຖ່າຍທອດໃຫ້ເຫັນຢ່າງຈົບງາມ.

 

CMG ສະໜັບສະໜູນພິທີໄຂງານກິລາໂອລິມປິກລະດູໜາວຢ່າງຮອບດ້ານ_fororder_webwxgetmsgimg (2)


     ທ່ານນາງຢວີເລີຍ ຫົວຫນ້າຜູ້ຮຽບຮຽງບົດຄວາມວັນນະຄະດີຂອງພິທີໄຂ ແລະ ປິດງານກິລາໂອລິມປິກລະດູໜາວປັກກິງປີ 2022 ລະບຸວ່າ: ທີ່ຈິງແລ້ວ ມີຫົວຄິດປະດິດຄິດແຕ່ງຈຳນວນຫຼາຍ, ໃນສອງສາມປີກ່ອນກໍ່ໄດ້ຕົກລົງແລ້ວ ແລະ ໄດ້ຜ່ານຂະບວນການປັບປຸງໄປມາ ແລະ ປະຕິບັດຕົວຈິງເປັນເວລາຍາວນານ ເພື່ອເຮັດໃຫ້ມັນນັບມື້ນັບດີງາມ,ສຸດທ້າຍກາຍເປັນພິທີຕົວຈິງສະແດງໃຫ້ຜູ້ຊົມໄດ້ຮັບຊົມ.

 

CMG ສະໜັບສະໜູນພິທີໄຂງານກິລາໂອລິມປິກລະດູໜາວຢ່າງຮອບດ້ານ_fororder_webwxgetmsgimg (4)


     ບັນຍາກາດຄ່ອງແຄ້ວສວຍງາມ ແລະ ໂລມັນຕິກຂອງພິທີໄຂງານເທື່ອນີ້ເຮັດໃຫ້ຄົນຈຳນວນຫຼວງຫຼາຍປະທັບໃຈທີ່ສຸດ, ທ່ານເຊີນຢຽນຂອງ CMG ເປັນຜູ້ອຳນວຍການດ້ານວິຈິດຕະສິນຂອງພິທີໄຂງານກິລາໂອລິມປິກລະດູໜາວເທື່ອນີ້.ທ່ານບອກນັກຂ່າວວ່າ, ການສະແດງໂດດເດັ່ນຫນ້າຊົມເທື່ອນີ້ແມ່ນຍ້ອນເຮັດໃຫ້ເຕັກໂນໂລຊີ ກັບ ສິລະປະປະສົມປະສານເຂົ້າກັນ.

 

CMG ສະໜັບສະໜູນພິທີໄຂງານກິລາໂອລິມປິກລະດູໜາວຢ່າງຮອບດ້ານ_fororder_webwxgetmsgimg (5)

 

     ນອກນີ້, ໃນພິທີໄຂງານ, ລະບົບເຕັກນິກຕ່າງໆ ເຊັ່ນ: ລະບົບຄຸ້ມຄອງການອອກອາກາດ ແລະ ລະບົບ AR ເປັນຕົ້ນ ລ້ວນແຕ່ແມ່ນຮັບປະກັນໂດຍ CMG ແລະ ກໍ່ໄດ້ບັນລຸການບຸກທະລຸຫຼາຍຢ່າງເປັນເທື່ອທຳອິດ.
    

ຄຳ​ເຫັນ

0