何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ

2022-02-06 11:13:10 CRI

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ_fororder_1128334255_16440732326961n

ຕອນ​ບ່າຍ​ວັນ​ທີ 5 ກຸມ​ພາ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເດີນ​ທາງ​​ມາ​ຈີນເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ໃນ​ປັດ​ຈຸ​ບັນ​ນີ້ ແລະ ໄລ​ຍະ​ໜຶ່ງ​ຕໍ່​ໜ້າ​ນີ້, ໃນ​ໂລກ​ມີ​ວຽກ​ງານ​ສຳ​ຄັນ 3 ຢ່າງ​ທີ່​ຕ້ອງ​ພິ​ຈາ​ລະ​ນາ ແລະ ເອົາ​ໃຈ​​ໃສ່ຢ່າງ​ຈິງ​ຈັງ, ຄື: ໜຶ່ງ, ສາ​ມັກ​ຄີ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ຈີນ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຂີດ​ຕໍ່​ເປົ້າ​ໝາຍ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໃຫ້​ປະ​ຊາ​ກອນ​ທົ່ວ​ໂລກ 70% ​ໄດ້ສັກ​ວັກ​ຊິນ​ໃນ​ກາງ​ປີ​ນີ້, ຈີນ​ໄດ້​ສຳ​ເລັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ສະ​ໜອງວັກ​ຊີນ​ໂຄວິດ-19 ເປັນ​ຈຳ​ນວນ 2 ຕື້ຫຼອດ​ໃຫ້​ຕ່າງ​ປະ​ເທດ​ໃນ​ປີ 2021, ແລະ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ. ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳໝັ້ນ​ສັນ​ຍາ​ຢ່າງ​ເດັດ​ຂາດ. ສອງ, ຊຸກ​ຍູ້​ການ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ໂດຍ​ສອດ​ຄ່ອງ​ກັບ​ວາ​ລະ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ລະ​ດັບ​ສູງ, ແມ່ນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທົ່ວ​ໂລກ​ ຕາມ​ທິດ​ສີ​ຂຽວ​ຢ່າງ​ເຂັ້ມ​ແຂງກວ່າ​ເກົ່າ ແລະ ປອດ​ໃສ​ກວ່າ​ເກົ່າ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ຢ່າງ​ໃກ້​ຊິດ​ແລະ​ຮ່ວມ​ກັນ​ຊຸກ​ຍູ້​​ເພື່ອ​ເລື່ອງ​ນີ້. ສາມ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ. ໂລກ​ນີ້​ບໍ່​ໄດ້​ຈຳ​ກັດ​ລະ​ບອບ​ທີ່​ເປັນ​ຕົວ​ແບບ​ ​ດຽວ, ກໍ​ບໍ່​ມີ​​ເບົ້າ​ແບບ​ການ​ພັດ​ທະ​ນາ​ທີ່​ສາ​ມາດ​ນຳ​ໃຊ້​ໄດ້ໃນ​ທຸກ​ປະ​ເທດ​ໃນ​ໂລກ. ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ມີ​ສິດ​ຄັດ​ເລືອກ​ເສັ້ນ​ທາງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ ແລະ ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ ​ໃນ​ປະ​ເທດ​ຕົນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ມວນ​ມະ​ນຸດ​ດຳ​ລົງ​ຊີ​ວິດ​ໃນ​ບ້ານ​ໜ່ວຍ​ໂລກ​ດຽວ​ກັນ, ມີ​ຊາ​ຕາ​ກຳ​ທີ່​ຕິດພັນ​ກັນ​ຢ່າງ​ສະ​ໜິດ​ແໜ້ນ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຊະ​ນິດຕ່າງໆ​ທີ່​ຂ້ຽວ​ຂາດ​ໃນ​ໂລກ,​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ກັນ, ມະ​ນຸດ​ຈຶ່ງ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ. ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເດັດ​ດ່ຽວ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ, ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ​ກ່າວ​ວ່າ, ຈີນ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ທີ່​ມີ​ຂະ​ໜາດ​ໃຫຍ່ ແລະ ປອດ​ໄພ​ຄື​ແນວ​ນີ້​ຢ່າງ​ສຳ​ເລັດ​ຜົນ, ແມ່ນ​ເລື່ອງ​ທີ່​ສຸດຍອດ​ອີ່ຫຼີ. ປະ​ຈຸ​ບັດ​ນີ້, ທົ່ວ​ໂລກ​ຕ້ອງ​ການ​ມີ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ໜຶ່ງ​ທີ່​ສຳ​ເລັດ​ຜົນ, ເພື່ອ​ສົ່ງ​ສັນ​ຍາ​ນ​ທີ່​ຈະ​ແຈ້ງ​ໃຫ້​ກັບ​ຊາວ​ໂລກວ່າ, ປະ​ຊາ​ຊົນ​ຂອງ​ປະ​ເທດ ຊົນ​ເຜົ່າ ແລະ ສາ​ສະ​ໜາ​ທັງ​ໝົດ ສາ​ມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ, ບັນ​ລຸ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື. ຈີນ​ພະ​ຍາ​ຍາມ​ສະ​ໜອງວັກ​ຊີນ 2 ຕື້ຫຼອດ​ໃຫ້​ກັບ​ໂລກ, ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ. ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​ທົ່ວ​ໂລກ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແກ້​ໄຂ​ບັນ​ຫາ​ການ​ພັດ​ທະ​ນາ​​ທີ່​ບໍ່​ສະ​ເໝີ​ພາບ​ກັນ​ແລະ ບໍ່​ດຸນ​ດ່ຽງ​ກັນ​ຂອງ​ໂລກ, ແລະ​ບັນ​ຫາ​ອື່ນໆ. ໂລກ​ບໍ່​ສາ​ມາດ​ທົນ​ທານ​ການ​ແບ່ງ​ແຍກ ແລະ ການ​ເປັນ​ປໍ​ລະ​ປັກ​ກັນ, ມີ​ແຕ່​ການ​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ ສາ​ມັກ​ຄີ ແລະ ຮ່ວມ​ມື​ກັນ, ຈຶ່ງ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຂໍ​ຂ​ອບ​ໃຈ​ນຳ​ປະ​ເທດ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ລັດ​ທິຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ຈີນ​ແມ່ນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ລັດ​ທິຫຼາຍ​ຝ່າຍ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ຫວັງ​ວ່າ​ຈີນ​ຈະ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ການ​ປະ​ຕິ​ຮູບ​ລະ​ບົບ​ສາ​ກົນ ແລະ​ບັນ​ຫາ​ສຳ​ຄັນ​ອື່ນໆ.

ຄຳ​ເຫັນ

0