吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນຊົນອາເມຣິກາແຈ້ງຂ່າວປອມວ່າ ‍‍‍‍“ຣັດເຊຍຮຸກຮານອູແກຼນ”

2022-02-06 14:20:20 CRI

ສື່ມວນຊົນອາເມຣິກາແຈ້ງຂ່າວປອມວ່າ ‍‍‍‍“ຣັດເຊຍຮຸກຮານອູແກຼນ”_fororder_webwxgetmsgimg (1)

 

    ສື່ມວນຊົນຣັດເຊຍໄດ້ລາຍງານຂ່າວໃນວັນທີ 5 ກຸມພານີ້ວ່າ, ໂດຍແນໃສ່ຂ່າວປອມອັນທີ່ເອີ້ນວ່າ“ຣັດເຊຍຮຸກຮານອູແກຼນ”ທີ່ຂ່າວສານບລູມເບີກ ສື່ມວນຊົນອາເມຮິກາລາຍງານໃນຫວ່າງກ່ອນນີ້,ຣັດເຊຍໄດ້ໃຫ້ການ້ຕອບໂຕ້ໂດຍໃນມື້ດຽວກັນ, ທ່ານດີມີຕຣີ ເປັສໂກຟ ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ, ນີ້ສະແດງໃຫ້ເຫັນວ່າ ແມ່ນປະເທດຝ່າຍຕາເວັນຕົກທີ່ເຮັດໃຫ້ສະຖານະການທີ່ເຄັ່ງຕຶງຮ້າຍແຮງຂຶ້ນ.

 

ສື່ມວນຊົນອາເມຣິກາແຈ້ງຂ່າວປອມວ່າ ‍‍‍‍“ຣັດເຊຍຮຸກຮານອູແກຼນ”_fororder_webwxgetmsgimg


     ຂ່າວສານສະປຸດຍິກຂອງຣັດເຊຍລາຍງານວ່າ, ຫວ່າງກ່ອນນີ້, ຂ່າວສານບລູມເບີກໄດ້ລາຍງານຫົວຂໍ້ຂ່າວວ່າ ‍‍‍‍“ຣັດເຊຍຮຸກຮານອູແກຼນ” ຢູ່ເວັບໄຊຂອງຕົນ ແລ້ວຍົກເລີກຫົວຂໍ້ຂ່າວດັ່ງກ່າວພາຍຫຼັງເຄິ່ງຊົ່ວໂມງ. ຫຼັງຈາກນັ້ນ, ຂ່າວສານບລູມເບີກໄດ້ອອກຖະແຫຼງການອະທິບາຍວ່າ: ນີ້ແມ່ນຫົວຂໍ້ທີ່ໄດ້ກຽມໄວ້ລ່ວງຫນ້າ ແລະ ປະກາດໂດຍບໍ່ໄດ້ເຈດຕະນາ. ທ່ານເປັສໂກຟຍັງຊີ້ອອກວ່າ,ຜູ້ທີ່ເຮັດໃຫ້ສະຖານະການທີ່ເຄັ່ງຕຶງຮ້າຍແຮງຂຶ້ນໃນສະເພາະຫນ້ານນັ້້ນກໍ່ແມ່ນປະເທດຝ່າຍຕາເວັນຕົກເຊິີ່ງປະເທດຝ່າຍຕາເວັນຕົກບໍ່ພຽງແຕ່ສືບຕໍ່ສ້າງກະແສຂ່າວອັນທີ່ເອີ້ນວ່າ ‍‍‍‍“ຖະແຫຼງການທີ່ມີລັກສະນະຮຸກຮານ” ເທົ່ານັ້ນ, ຍັງສະຫນອງອາວຸດໃຫ້ແກ່ອູແກຼນ ແລະ ສົ່ງທະຫານໄປເຂດມໍ່ຊາຍແດນກັບຣັດເຊຍ.

ຄຳ​ເຫັນ

0