吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກລະດູໜາວປັກກິ່ງສ້າງຄວາມຫວັງ ແລະ ຄວາມໝັ້ນໃຈໃຫ້ແກ່ປະເທດຕ່າງໆໃນໂລກທີ່ພວມປະສົບຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19

2022-02-06 10:46:36 CRI

ງານກິລາໂອລິມປິກລະດູໜາວປັກກິ່ງສ້າງຄວາມຫວັງ ແລະ ຄວາມໝັ້ນໃຈໃຫ້ແກ່ປະເທດຕ່າງໆໃນໂລກທີ່ພວມປະສົບຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19_fororder_马朝旭


     ວັນທີ 5 ກຸມພານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ທ່ານມາຈ່າວຊຸ້ຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ງານກິລາໂອລິມປິກລະດູໜາວປັກກິ່ງແມ່ນງານມະຫາກຳກິລາແບບສັງລວມທົ່ວໂລກທີ່ໄດ້ຈັດຂຶ້ນຕາມເວລາກຳນົດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈະສ້າງຄວາມຫວັງ ແລະ ຄວາມໝັ້ນໃຈໃຫ້ແກ່ປະເທດຕ່າງໆໃນໂລກທີ່ພວມປະສົບຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19,ເຊື່ອວ່າງານກິລາໂອລິມປິກລະດູໜາວປັກກິ່ງຍ່ອມຈະກາຍເປັນຫຼັກໝາຍທາງຂອງການພັດທະນາກິລາໂອລິມປິກ ແລະ ມວນມະນຸດສາມັກຄີກັນເພື່ອຜ່ານຜ່າວິກິດການ.


     ທ່ານມາຈ່າວຊຸ້ຍກ່າວວ່າ, ຕາມການສະຖິຕິໃນຂັ້ນເບື້ອງຕົ້ນ, ມີຜູ້ຕາງໜ້າຝ່າຍທາງການປະມານ 170 ທ່ານທີ່ມາຈາກເກືອບ 70 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງ. ພາຍໃຕ້ສະຖານະການພະຍາດໂຄວິດ-19 ແຜ່ລະບາດຢູ່ທົ່ວໂລກ, ບຸກຄົນສຳຄັນທາງການເມືອງສາກົນຈຳນວນຫຼາຍປານນີ້ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆຍຶດໝັ້ນເດີນທາງມາປະເທດຈີນເພື່ອເຂົ້າຮ່ວມງານກິລາໂອລິມປິກລະດູໜາວປັກກິ່ງນີ້ບໍ່ແມ່ນເລື່ອງບໍ່ງ່າຍ.


     ທ່ານມາຈ່າວຊຸ້ຍກ່າວວ່າ, ຈີນໄດ້ຮັບການສະໜັບສະໜູນ ແລະ ຄວາມອວຍພອນຈາກປະເທດຫຼາຍປານນີ້ ເຊິ່ງສະແດງໃຫ້ເຫັນວ່າ: ຄວາມປາຖະໜາຂອງປະເທດຕ່າງໆທີ່ຢາກຂະຫຍາຍການພົວພັນມິດຕະພາບ ແລະ ຮ່ວມມືກັນກັບປະເທດຈີນນັ້ນແມ່ນມີຄວາມຈິງໃຈ ແລະ ແຮງກ້າທີ່ສຸດ. ນີ້ກໍ່ໄດ້ຢືນຢັນວ່າ, ບໍ່ວ່າສະຖານະການສາກົນມີການປ່ຽນແປງແນວໃດກໍ່ຕາມ, ຄວາມຕັດສິນໃຈຂອງປະເທດຕ່າງໆທີ່ສົ່ງເສີມນ້ຳໃຈໂອລິມປິກ ແລະ ປະຕິບັດຕາມອຸດົມຄະຕິໂອລິມປິກຈະບໍ່ປ່ຽນແປງ, ການສະແຫວງຫາຕໍ່ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ຄວາມກ້າວໜ້າກໍ່ຈະບໍ່ປ່ຽນແປງ.

 

ຄຳ​ເຫັນ

0