覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ແລະ ສຳນັກຂ່າວສານສະຫະລັດອາຣັບເອມີເຣດເຊັນສັນຍາການຮ່ວມມື

2022-02-06 09:48:42 cri

CMG ແລະ ສຳນັກຂ່າວສານສະຫະລັດອາຣັບເອມີເຣດເຊັນສັນຍາການຮ່ວມມື_fororder_总台


 

ເນື່ອງໃນໂອກາດທີ່ສົມເດັດໂມຮາມເມັດ ອົງມຸງກຸດລາຊະກຸມານອາບູດາບີຂອງ ສະຫະລັດອາຣັບເອມີເຣດເຂົ້າຮ່ວມພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງພ້ອມດ້ວຍກິດຈະກຳທີ່ກ່ຽວຂ້ອງນັ້ນ, ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ທັງ ເປັນຫົວໜ້າບັນນາທິການຂອງສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຮ່ວມກັບທ່ານໂມຮາມເມັດ ຈາລາຣ໌ ຣາຍຊີ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ສະຫະລັດອາຣັບເອມີເຣດລົງນາມໃນສັນຍາການຮ່ວມມືລະຫວ່າງ CMG ກັບສຳນັກ ຂ່າວສານສະຫະລັດອາຣັບເອມີເຣດ.
 

ໃນຊຸມປີຜ່ານມານີ້, ການຮ່ວມມືລະຫວ່າງ CMG ກັບສຳນັກຂ່າວສານສະ ຫະລັດອາຣັບເອມີເຣດໄດ້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ.ເພື່ອຊຸກຍູ້ການຮ່ວມມືໃຫ້ຫັນເປັນກົນໄກ, ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບການແລກປ່ຽນຂໍ້ມູນຂ່າວປະຈຳວັນ, ຮ່ວມກັນຊຸກຍູ້ການປົກປ້ອງຊັບສິນທາງປັນຍາ, ເພີ່ມການແລກປ່ຽນໄປ ມາຫາສູ່ກັນລະຫວ່າງບຸກຄະລາກອນສື່ມວນຊົນ. ຜ່ານຈາກການຮ່ວມມືຕົວຈິງ ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງປະເທດຕື່ມອີກ, ເສີມຂະຫຍາຍເນື້ອໃນຂອງການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານຈີນ-ສະຫະລັດອາຣັບເອມີເຣດໃຫ້ອຸດົມສົມບູນຂຶ້ນ.

ຄຳ​ເຫັນ

0