蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ມັກ​ສ້າງ​ເລື່ອງ, ແຕ່ກໍ່​ບໍ່​ຢ້ານມີ​ເລື່ອງ

2022-02-07 11:17:58 CRI

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ມັກ​ສ້າງ​ເລື່ອງ, ແຕ່ກໍ່​ບໍ່​ຢ້ານມີ​ເລື່ອງ_fororder_1

     ຕອນ​ເຊົ້າ​ວັນ​ທີ 6 ກຸມ​ພານີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢຽມ​ຄຳ​ນັບ​ຂອງ​ທ່ານ​ອິມ​ຣານ ຄານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ​ທີ່​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຢູ່​ຈີນ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ຈີນໄດ້​ຍຶດ​ໝັ້ນ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ວຽກ​ງານ​ສາ​ກົນ, ບໍ່​ມັກສ້າງ​ເລື່ອງ, ແຕ່ກໍ່​ບໍ່​ຢ້ານມີ​ເລື່ອງ. ພວກ​ເຮົາ​ມີ​ຄວາມ​ສາ​ມາດແລະ​ຄວາມ​ໝັ້ນ​ໃຈ​ໃນ​ການ​ປົກ​ປັກ​ຮັກ​ສາຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ ແລະການພັດ​ທະ​ນາ​ທີ່ດີຂອງ​ຕົນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ມັກ​ສ້າງ​ເລື່ອງ, ແຕ່ກໍ່​ບໍ່​ຢ້ານມີ​ເລື່ອງ_fororder_2

     ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນເດັດ​ດ່ຽວ​ສະ​ໜັບ​ສະ​ໜູນປາ​ກີ​ສະ​ຖານ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ອະ​ທິ​ປະ​ໄຕ ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ຕົນ, ແລະ​ສະ​ໜັບ​ສະ​ໜູນ​ປາ​ກີ​ສະ​ຖານ​ໂຈມ​ຕີ​ລັດ​ທິກໍ່​ການ​ຮ້າຍ, ຍິນ​ດີ​ເຮັດ​ໃຫ້​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ປາ​ກີ​ສະ​ຖານ​ເຊື່ອມ​ໂຍງ​ເຂົ້າກັນ, ຊຸກ​ຍູ້ການ​ສ້າງແລວ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານໃຫ້ກ້າວເຂົ້າ​​ສູ່​ລວງ​ເລິກ, ຮັບ​ປະ​ກັນ​ໃຫ້​ໂຄງ​ການ​ທີ່​ສຳ​ຄັນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສະ​ດວກ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ປະ​ສານ​ສົມ​ທົບ​ກັນ​ກັບ​ປາ​ກີ​ສະ​ຖານ​ໃນ​ເວ​ທີ​ຫຼາຍ​ຝ່າຍ ເຊັ່ນ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອື່ນໆ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນກໍ່​ຄື​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນບໍ່ມັກ​ສ້າງ​ເລື່ອງ, ແຕ່ກໍ່​ບໍ່​ຢ້ານມີ​ເລື່ອງ_fororder_3

     ທ່ານ​ອິມ​ຣານ ຄານ​ກ່າວ​ວ່າ: ປະ​ຈຸ​ບັນ​ນີ້, ສະ​ຖາ​ນະ​ການ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ສາ​ກົນເກີດ​ມີ​ການ​ປ່ຽ​ນ​ແປ​ງ​ຢ່າງ​ເລິກ​ເຊິ່ງ​ແລະ​ສັບ​ສົນ, ແຕ່​ອິດ​ທິ​ກຳ​ລັງ​ໃດໆ​ກໍ່​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ຄວາມ​ກ້າວ​ໜ້າ​ຂອງ​ຈີນ​ໄດ້. ປາ​ກີ​ສະ​ຖານ​ກັບ​ຈີນ​ແມ່ນ​ເພື່ອນ​ມິດ​ຮອບ​ດ້ານ, ບໍ່​ວ່າ​ໃນ​ເວ​ລາ​ໃດ ປາ​ກີ​ສະ​ຖານກໍ່​ຈະ​ຢູ່​ຄຽງ​ຂ້າງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0