尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ​ສົ່ງສານອວຍ​ພອນ​ເຖິງ​ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບັດ​ທີ Ⅱ ເນື່ອງ​ໃນ​ໂອ​ກາດ​ພະ​ອົງ​ຂຶ້ນ​ຄອງ​ລາ​ຊະ​ບັນ​ລັງ​ຄົບ​ຮອບ 70 ປີ

2022-02-07 17:11:39 cri

ທ່ານ ສີ​ຈິ້ນ​ຜິງ ​ສົ່ງສານອວຍ​ພອນ​ເຖິງ​ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບັດ​ທີ Ⅱ ເນື່ອງ​ໃນ​ໂອ​ກາດ​ພະ​ອົງ​ຂຶ້ນ​ຄອງ​ລາ​ຊະ​ບັນ​ລັງ​ຄົບ​ຮອບ 70 ປີ_fororder_7aec54e736d12f2e786c65f4a5b40c6b843568be

      ວັນ​ທີ 6 ກຸມ​ພາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ໄດ້​ສົ່ງ​ສານ​ເຖິງ​ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບັດ​ທີ Ⅱ ຂອງ​ອັງ​ກິດ​ເພື່ອ​ສະ​ແດງ​ຄວາມ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ທີ່​ພະ​ອົງ​ຂຶ້ນ​ຄອງ​ລາ​ຊະ​ບັນ​ລັງ​ຄົບ​ຮອບ 70 ປີ.

      ໃນ​ສານອວຍ​ພອນ​ຂອງ​ທ່ານ ສີ​ຈິ້ນ​ຜິງ ໄດ້​ລະ​ບຸ​ວ່າ: ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບັດ​ທີ Ⅱ ໄດ້​ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອັງ​ກິດ,​ພະ​ອົງ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ແລະ​ໄດ້​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ປີ​ນີ້​ພໍ​ດີ​ຖືກ​ກັບ​ໂອ​ກາດ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ດັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລະ​ຫວ່າງ​ຈີນ-ອັງ​ກິດ​ຄົບ​ຮອບ 50 ປີ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຖື​ເອົາໂອ​ກາດ​ດັ່ງ​ກ່າວ​ລົງ​ເລິກ​​ການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ເປີດກວ້າງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ,ພ້ອມ​ກັນ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​​ໃນ​ສາ​ກົນ,​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ສອງ​​ຊາດ,ປະ​ກອບ​ສ່ວນ​ຄັ້ງ​ໃໝ່​ເພື່ອ​ຊ່ວຍ​ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລະ​ສົ່ງ​ເສີມ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ຄຳ​ເຫັນ

0