吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນ

2022-02-07 15:25:26 cri

ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນ

    ເມື່ອເວົ້າເຖິງຫ້ອງນ້ຳແລ້ວມັນກ່ຽວຂ້ອງກັບຊີວິດການເປັນຢູ່ຂອງຄົນເຮົາຢ່າງໃກ້ຊິດຕາມຕົວເລກສະຖິຕິແຕ່ລະຄົນໃນແຕ່ລະມື້ຕ້ອງເຂົ້ຫ້ອງນ້ຳ 6-8 ເທື່ອປີໜຶ່ງປະມານ 2.500 ເທື່ອໃນຕະຫລອດຊີວິດຂອຄົນຜູ້ໜຶ່ງສະເລ່ຍແລ້ວເວລາທັງໝົດທີ່ເຂົ້າຫ້ອງນ້ຳບວກໃສ່ກັນແລ້ວແມ່ນ 3 ປີສຳລັບຜູ້ຍິງແມ່ນໃຊ້ເວລາຫລາຍກວ່ານີ້ອີກ.

    ວັນທີ 19 ພະຈິກປີ 2021 ເປັນວັນຫ້ອງນ້ຳໂລກຄັ້ງທີ 9, ຫົວຂໍ້ຂອງວັນຫ້ອງນ້ຳໂລກໃນປີ 2021 ແມ່ນ “ໃຫ້ຄວາມສຳຄັນແກ່ຫ້ອງນ້ຳ”. ການທີ່ອົງການສະຫະປະຊາຊາດໄດ້ກຳນົດເອົາວັນທີ 19 ພະຈິກຂອງແຕ່ລະປີເປັນ ວັນຫ້ອງນ້ຳໂລກ” ນັ້ນ ແມ່ນມີຈຸດປະສົງ ເພື່ອເນັ້ນໜັກເຖິງສິ່ງກໍ່ສ້າງເພື່ອສຸຂະອະນາໄມມີຄວາມສຳຄັນຕໍ່ການພັດນາ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມປັດຈຸບັນ,  ທົ່ວໂລກມີປະຊາຊົນຫລາຍກວ່າເຄິ່ງໜຶ່ງຄືປະມານ 4 ຕື້ 200 ລ້ານຄົນຂາດແຄນສິ່ງກໍ່ສ້າງເພື່ອສຸຂະອະນາໄມທີ່ປອດໄພສະນັ້ນຈຶ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ກຽດສັກສີຂອງບຸຄົນ ກໍ່ຄືການພັດທະນາເສຖະກິດສັງຄົມ.

    ສຳລັບເລື່ອງນີ້ອົງການສະຫະປະຊາຊາດໄດ້ສະເໜີແຜນການຮັບມື ຄືຄວນມີການເຄື່ອນໄຫວເພື່ອຮັບມືກັບວິກິດການດ້ານສຸຂະອະນາໄມຂອງໂລກກໍ່ຄືການບັນລຸເປົ້າໝາຍອັນທີ 6 ໃນ 17 ເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການ ສປຊນັ້ນກໍຄືເມື່ອຮອດປີ 2030, ທຸກຄົນສາມາດມີນ້ຳດື່ມທີ່ສະອາດ ແລະ ມີສິ່ງກໍ່ສ້າງເພື່ອສຸຂະອະນາໄມໄດ້.

    ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນຫລາຍປີມໍ່ໆມານີ້, “ການປະຕິວັດຫ້ອງນ້ຳຂອງປະເທດຈີນໄດ້ພັດທະນາຈາກຕົວເມືອຂະຍາຍໄປສູ່ຊົນນະບົດວັນທີ 23 ກໍລະກົດປີ 2021, ກະຊວງຊົນນະບົດ ແລະກະສິກຳຈີນໄດ້ເຜີຍໃຫ້ຮູ້ວ່ານັບແຕ່ຈັດຕັ້ງປະຕິບັດຍຸດທະສາດການພັດນາຊົນນະບົດໃຫ້ຈະເລີນໃນປີ 2017 ເປັນຕົ້ນມາການປັບປຸງຫ້ອງນ້ຳໃນຊົນນະບົດໃນປະເທດຈີນໄດ້ຮັບຄວາມຄືບໜ້າທີ່ດີແຕ່ກີ້ເວລາເວົ້າເຖິງຫ້ອງນ້ຳໃນຊົນນະບົດ,  ຄົນທັງຫລາຍກໍຈະວາດພາບເຫັນຫ້ອງນ້ຳມີແຕ່ ແມງວັນ ແລະ ຍຸງຫລາຍສະພາບແວດລ້ອມອັນຂີ້ຮ້າຍສຸຂະພາບຈິດ ແລະ ສຸຂະພາບກາຍຂອງຊາວຊົນນະບົດກໍໄດ້ຮັບຜົນກະທົບຫລາຍປີມໍ່ໆມານີ້ເພື່ອແກ້ໄຂບັນຫາຫ້ອງນ້ຳໃນຊົນນະບົດໃຫ້ດີໃນຂະວນການກໍ່ສ້າງທ້ອງຖິ່ນຕ່າງໆກໍໄດ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອແກ້ໄຂບັນຫາດ້ານການກໍ່ສ້າງຕາໜ່າງທໍ່ລະບາຍນ້ຳເປື້ອນຂອງຫ້ອງນ້ຳ ແລະ ການກຳຈັດນ້ຳເປື້ອນໃນຊົນນະບົດໃຫ້ໄດ້ດີເລີ່ມແຕ່ປີ 2018 ຈົນຮອດທ້າຍປີ 2020, ຫ້ອງນ້ຳທີ່ສ້າງໃໝ່ ແລະປັບປຸງໃໝ່ໃນທົ່ວປະເທດຈີນມີເຖິງ 64 ພັນແຫ່ງຫ້ອນ້ຳທີ່ສະອາດໃນຊົນນະບົດທົ່ວປະເທດຈີນກວມຫລາຍກວ່າ 65%.

 

ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນ

    ໃນປີ 2019,  ກະຊວງການເງິນຈີນໄດ້ເບີກງົບປະມານ 7 ຕື້ຢວນເຂົ້າໃນການປະຕິວັດຫ້ອງນ້ຳໃນຊົນນະບົດປີ 2020, ໄດ້ເພີ່ມງົບປະມານເປັນເກືອບ 10 ຕື້ຢວນເພື່ອຊຸກຍູ້ການປະຕິວັດຫ້ອງນ້ຳໃນຊົນນະບົດໃນຂະບວນການປັບປຸງຫ້ອງນ້ຳໃນຊົນນະບົດອົງການປົກຄອງແຫ່ງຕ່າງໆກໍໄດ້ໃຫ້ການສະໜັບສະໜູນດ້ານນະໂຍບາຍ ແລະ ງົບປະມານເພື່ອຍົກສູຄຸນນະພາບຊີວິດການເປັນຢູ່ຂອງຊາວຊົນນະບົດຢ່າງບໍ່ຢຸດຢັ້ງການປະຕິວັດຫ້ອງນ້ຳໃນຊົນນະບົດກໍໄດ້ປ່ຽນແປງໂສມໜ້າໃໝ່ຂອງຊົນນະບົດນັບແຕ່ປີ 2018 ຫາທ້າຍປີ 2020, ປະເທດຈີນໄດ້ປັບປຸງຫ້ອງນ້ຳໃຫ້ແກ່ຄອບຄົວໃນຊົນນະບົດ 40 ລ້ານກວ່າຄອບຄົວ.

    ເດືອນກໍລະກົດປີ 2021ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນຳຕໍ່ການຊຸກຍູ້ການປະຕິວັດຫ້ອງນ້ຳໃນຊົນນະບົດຢ່າງເລິກເຊິ່ງໂດຍເນັ້ນໜັກວ່າຫລາຍປີມໍ່ໆມານີ້ການປະຕິວັດຫ້ອງນໍ້ໃນຊົນນະບົດໄດ້ກ້າວເຂົ້າສູ່ລວງເລິກຫ້ອງນ້ຳສະອາດໄດ້ມີຢູ່ທຸກແຫ່ງຢ່າງບໍ່ຢຸດຢັ້ງສະພາບແວດລ້ອມການດຳລົງຊີວິດຂອງຊາວຊົນນະບົດໄດ້ຮັບກາປັປຸງໃຫ້ດີຂຶ້ນຢ່າງຈະແຈ້ງໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ກໍຄື ນັບແຕ່ປີ 2021 ຫາປີ 2025, ຕ້ອງສືບຕໍ່ຖືເອົາການປະຕິວັດຫ້ອງນ້ຳໃນຊົນນະບົດເປັນວຽກງານສຳຄັນຂອງການພັດນາຊົນນະບົດໃຫ້ຈະເລີນໃຫ້ຊາວກະສິກອນສະແດງບົດບາດທີ່ເປັນເຈົ້າຂອງເອົໃຈໃສ່ການອອກມາດຕະການຕາມສະພາບຄວາມເປັນຈິງຂອງທ້ອງຖິ່ນຕ່າງໆຊີ້ນຳຢ່າງມີວິທະຍາສາດຍຶດໝັ້ນໃນ ຫຼັກການທີ່ວ່າ ຄຸນນະພາບສຳຄັນກວ່າຈຳນວນປະສິດທິຜົນຕົວຈິງສຳຄັນກວ່າຄວາມໄວໃນການກໍ່ສ້າງເດັດດ່ຽວຄັດຄ້ານການກະທຳແບບລັດທິຮູບການ ແລະ ການສິ້ນເປືອງງົບປະມານຕ້ອງຈັດຕັ້ງປະຕິບັດວຽກງານນີ້ຢ່າງແທ້ຈິງຄະນະພັກອົງການປົກຄອງທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງຮັບຜິດຊອບໜ້າວຽກຂອງຕົນ,  ປະສານສົມທົບ ແລະປະສານງານກັນ,ຈັດຕັ້ງປະຕິບັດການປະຕິວັດຫ້ອງນ້ຳໃນຊົນນະບົດໃຫ້ມີປະສິດທິຜົນຢ່າງແທ້ຈິງ.

    ນອກຈາກນີ້ຫ້ອງນ້ຳປະເພດທີ 3 ຄືຫ້ອງນ້ຳສຳລັບກຸ່ມຄົນພິເສດກໍໄດ້ມີໃຫ້ເຫັນຢູ່ໃນຫ້ອງນ້ຳສາທາລະນະໃນຕົວເມືອງຫ້ອງນ້ຳປະເພດທີ 3 ແມ່ນຕ່າງກັນກັບຫ້ອງນ້ຳເພດຍິງ ແລະເພດຊາຍມັນແມ່ນຮັບໃຊ້ກຸ່ມຄົນພິເສດຄືພໍ່ແມ່ຜູ້ປົກຄອງພາເດັກນ້ອຍເຂົ້າຫ້ອງນ້ຳຜູ້ເຖົ້າທີ່ຕ້ອງມີຄົນເບິ່ງແຍງດູແລແລະ ຄົນພິການເປັນຕົ້ນເພື່ອຫລີກລ້ຽງຄວາມກັງວົນທີ່ຜູ້ເປັນແມ່ພາລູກຊາຍທີ່ອາຍຸຍັງນ້ອຍເຂົ້າຫ້ອງນ້ຳຍິງ ຫລື ຜູ້ເປັນລູກຊາຍບໍ່ສາມາດພາແມ່ທີ່ມີອາຍຸແກ່ແລ້ວເຂົ້າຫ້ອງນ້ຳຍິງໄດ້ເປັນຕົ້ນ.

 

ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນ

    ປະຊາຊົນໄດ້ສະເໜີວ່າຄວນສ້າງຫ້ອງນ້ຳປະເພດທີ 3 ຢູ່ສະຖານທີ່ສາທາລະນະເຊັ່ນອາຄານຜູ້ໂດຍສານຂອງສະຖານີລົດໄຟ ແລະ ສະໜາມບິນສູນການຄ້າ ແລະອື່ນໆ ເພື່ອແກ້ໄຂບັນຫາທີ່ພໍ່ແມ່ຜູ້ປົກຄອງຜູ້ດຽວພາລູກເຂົ້າຫ້ອງນ້ຳ ຫລືລູກຫລານພາພໍ່ແມ່ທີ່ອາຍຸແກ່ ແລະ ເຄື່ອນໄຫວບໍ່ສະດວກນັ້ນເຂົ້າຫ້ອງນ້ຳປັດຈຸບັນສະພາບການສ້າງຫ້ອງນ້ຳເພດທີ 3 ຢູ່ປະເທດຈີນຍັງຫ່າງໄກກັບເປົ້າໝາຍຢູ່.

    ຕົວເລກສະຖິຕິສະແດງໃຫ້ເຫັນວ່າມາຮອທ້າຍປີ 2020, ທົ່ວປະເທດຈີນໄດ້ມີເດັກນ້ອຍທີ່ມີອາຍຸແຕ່ 0-6 ປີປະມານ 250 ລ້ານຄົນຜູ້ເຖົ້າທີ່ມີອາຍຸ 65 ປີຂຶ້ນໄປມີ 260 ລ້ານຄົນມີຄົນພິການ 85 ລ້ານຄົນສຳລັບກຸ່ມຄົນພິເສດເຫລົ່ານີ້ສັງຄົມຄວນໃຫ້ຄວາມເອົາໃຈໃສ່ ແລະ ເຂົ້າໃຈເຂົາເຈົ້າຫລາຍແດ່ຈັດເອົາການສ້າງຫ້ອງນ້ຳປະເພດທີ 3 ເຂົ້າໃນແຜນຜັງເມືອງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອການດ້ານການເຂົ້າຫ້ອງນ້ຳຂອງກຸ່ມຄົນຕ່າງໆໃຫ້ທົ່ວເຖິງ.

 

ຄຳ​ເຫັນ

0