徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງສົ່ງສານຊົມເຊີຍໄປຍັງທ່ານເຊີຄີໂອ ມັດຕາເຣລາທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຕາລີອີກສະໄໝໜຶ່ງ

2022-02-07 15:06:23 cri

ທ່ານສີຈິ້ນຜີງສົ່ງສານຊົມເຊີຍໄປຍັງທ່ານເຊີຄີໂອ ມັດຕາເຣລາທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີຕາລີອີກສະໄໝໜຶ່ງ_fororder_src=http---5b0988e595225.cdn.sohucs.com-images-20200321-142f4df1fac3416b8d2af823ec8595b1.png&refer=http---5b0988e595225.cdn.sohucs.com&app=2002&size=f9999,10000&q=a80&n=0&g=0n&fmt=jpeg

 

ຕາມຂ່າວCRI: ວັນທີ 4 ກຸມພານີ້, ທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານເຊີຄີໂອ ມັດຕາເຣລາ, ເພື່ອສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສ.ອີຕາລີອີກສະໄໝໜຶ່ງ.

 

ໃນສານຊົມເຊີຍຂອງທ່ານສີຈິ້ນຜີງໄດ້ລະບຸວ່າ: ການພົວພັນລະຫວ່າງຈີນ-ອີຕາລີມີຮາກເຫງົ້າປະຫວັດສາດອັນເລິກເຊິ່ງ, ມີພື້ນຖານການສະໜັບສະໜູນຈາກປະຊາຊົນທີ່ດີແລະມີຈຸດເຊື່ອມໂຍງດ້ານຜົນປະໂຫຍດຢ່າງໝັ້ນໜຽວ. ສອງປະເທດໄດ້ຕັ້ງໜ້າຂະຫຍາຍການຮ່ວມມືໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ຮ່ວມກັນສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ອີຕາລີຄົບຮອບ 50 ປີຢ່າງມ່ວນຊື່ນ, ໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນການຈັດງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ແລະງານກິລາໂອລິມປິກລະດູໜາວມີລານປີ 2026, ປີວັດທະນະທຳແລະການທ່ອງທ່ຽວຈີນ-ອີຕາລາກໍ່ຈະຈັດຂຶ້ນໃນໄວໆນີ້, ການຂະຫຍາຍການພົວພັນລະຫວ່າງສອງປະເທດຈະມີໂອກາດອັນໃໝ່ຢ່າງຫຼວງຫຼາຍ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ອີຕາລີ, ຍິນດີສຸມຄວາມພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີເຊີຄີໂອ ມັດຕາເຣລາ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອີຕາລີໄດ້ຮັບຜົນສຳເລັດຮ່ວມກັນຢ່າງບໍ່ຢຸດຢັ້ງ, ເພື່ອສ້າງຄວາມສຸກໃຫ້ແກ່ສອງປະເທດແລະປະຊາຊົນຂອງສອງຊາດ.

 

 

 

ຄຳ​ເຫັນ

0