徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົນທິສັນຍາສິດທິມະນຸດໃນຂົງເຂດລິຂະສິດສະບັບທຳອິດໃນໂລກຄື-ສົນທິສັນຍາມາຣາເຄສຈະມີຜົນບັງຄັບໃຊ້ 3 ເດືອນຕໍ່ໜ້ານີ້

2022-02-07 16:18:13 cri

ຕາມຂ່າວCRI: ຫວ່າງກ່ອນນີ້ບໍ່ດົນ, ຈີນໄດ້ຍື່ນເອກະສານເຫັນດີຕາມ “ສົນທິສັນຍາມາຣາເຄສວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ຄົນຕາບອດ, ຄົນມີພິການທາງສາຍຕາແລະຄົນທີ່ມີຄວາມບໍ່ສະດວກໃນການອ່ານສິ່ງພິມເພື່ອໃຫ້ເຂົາເຈົ້າສາມາດຊົມໃຊ້ຜົນງານທີ່ໄດ້ພິມຈຳໜ່າຍແລ້ວ ” ແກ່ອົງການຊັບສິນທາງປັນຍາໂລກຫຼື WIPO. ຕາມການກຳນົດຂອງສົນທິສັນຍາດັ່ງກ່າວ, ສົນທິສັນຍາຈະມີຜົນບັງຄັບໃຊ້ຢ່າງເປັນທາງການຢູ່ຈີນຫຼັງ 3 ເດືອນຕໍ່ໜ້ານີ້. ສົນທິສັນຍາສະບັບນີ້ແມ່ນສົນທິສັນຍາສິດທິມະນຸດໃນຂົງເຂດລິຂະສິດພຽງສະບັບດຽວໃນປັດຈຸບັນແລະເປັນສະບັບທຳອິດໃນໂລກ, ເຊິ່ງຈະຮັບປະກັນສິດແລະຜົນປະໂຫຍດດ້ານວັດທະນະທຳແລະການສຶກສາຂອງຄົນທີ່ມີຄວາມບໍ່ສະດວກໃນການອ່ານສິ່ງພິມ.

ຄຳ​ເຫັນ

0