尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອ​ງ​ນາ​ຍົກ​ມົງ​ໂກ​ລີ

2022-02-07 17:13:03 cri

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອ​ງ​ນາ​ຍົກ​ມົງ​ໂກ​ລີ_fororder_a044ad345982b2b77a4fd44c246413e674099bbd

     ຕ​ອນ​ບ່າຍ​ວັນ​ທີ 6 ກຸມ​ພາ​ນີ້, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ລຸ​ສ​ຊານ​ນາມ​ສ​ໄຣ ​ໂອ​ຢຸນ ເອີ​ດິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມົງ​ໂກ​ລີ​ທີ່​ມາ​ເຂົ້າ​ຮ່ວມ​​ພິ​ທີ​ໄຂງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022.

      ທ່ານ ສີ​ຈິ້ນ​ຜິງ ກ່​າວ​ວ່າ: ຈີນ​ໄດ້​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ການ​ພົວ​ພັນ​ທີ່​ຖືກ​ຕ້ອງ​ປອງດອງ​ກັນ,ຈິງ​ໃຈ​ຕໍ່​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ໂອບ​ເອື້ອ​ອາ​ລີມາ​ໂດຍ​ຕະ​ຫຼອດໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ມົງ​ໂກ​ລີ,ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ມົງ​ໂກ​ລີ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ຫວັງ​ວ່າ​ສອງ​ຝ່າຍ​​ຈະສາ​ມາດ​ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ​ສອງ​ປະ​ເທດ​ໃຫ້​ດີ,ເພື່ອ​​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເກີດດອກ​ອອກ​ຜົນ​ທີ່​ແທ້​ຈິງ​ຫຼາຍກວ່າ​​ເກົ່າໂດຍ​ໄວ.
ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອ​ງ​ນາ​ຍົກ​ມົງ​ໂກ​ລີ_fororder_7c1ed21b0ef41bd5f27754e2441359c238db3dd6

      ທ່ານ ລຸ​ສ​ຊານ​ນາມ​ສ​ໄຣ ​ໂອ​ຢຸນ​ເອີ​ດິນ ກ່າວ​ວ່າ: ຈີນ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຕາມ​ເວ​ລາ​ກຳ​ນົດ​ໂດຍ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​​ໃນການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,​ເຊິ່ງໄດ້​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບໂລກ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ມົງ​ໂກ​ລີ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຝ່າຍ​ຈີນ​ຢ່າງ​ຈິງ​ໃຈ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັກ​ຊີນ​ໂຄວິດ-19 ​ຢ່າງ​ທັນ​ເວ​ລາ​ແກ່​ປະ​ເທດ​ຕົນ ​ໃນ​ໄລ​ຍະ​ທີ່​​ເກີດ​ມີສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງໜັກ​ໜ່ວງ​ທີ່​ສຸດ. ມົງ​ໂກ​ລີ​ຍິນ​ດີ​ດຳ​ເນີນ​ການ​ເຊື່ອມ​​ໂຍງກັນ​ກັບ​ຝ່າຍ​ຈີນ​ຢ່າງ​ແໜ້ນ​ແຟ້ນ,ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​.

ຄຳ​ເຫັນ

0