吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດພູດອຍອູ່ເມີງ ພັດທະນາການສຶກສາເພື່ອລຶບລ້າງຄວາມທຸກຍາກ

2022-02-07 16:41:29 cri

ເຂດພູດອຍອູ່ເມີງ ພັດທະນາການສຶກສາເພື່ອລຶບລ້າງຄວາມທຸກຍາກ

 

    ຢູ່ເທິງພູອູ່ເມີງຄອບຄົວຂອງນາງເຊີງຢວີຕີ່ອາຍຸໄດ້ 18 ປີ ແມ່ນຄອບຄົວ ທີ່ທຸກຍາກຫລາຍສຳລັບນາງແລ້ວການຕັ້ງໃຈຮ່ຳຮຽນແມ່ນທາງອອກພຽງໜຶ່ງດຽວເພື່ອອອກຈາກເຂດພູດອຍ.

    ບ້ານກ່າວຊຽວຕາແສງນິວສາງເມືອງເຈີ້ນຊົງນະຄອນຈ່າວທົ່ງແຂວງຢູນນານ ແມ່ນບ້ານເກີດຂອງນາງເຊີງຢວີຕີ່ ຫລາຍປີກ່ອນໃນນະເປັນລູກຄົນ ໜຶ່ງຂອງຄອບຄົວທີ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວນາງກໍໄດ້ເສັງເຂົ້າຮຽນຢູ່ໂຮງຮຽນມັດທະຍົມເມືອງເຈີ້ຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານ  

    ໃນປີທີ່ນາງຮຽນຢູ່ມ 5, ພໍ່ຂອງນາງໄດ້ເສຍຊີວິດຍ້ອນເປັນພະຍາດຕັບສ່ວນ ແມ່ຂອງນາງໄດ້ໜີອອກຈາກຄອບຄົວຊີວິດການເປັນຢູ່ຂອງນາງພົບກັບການປ່ຽນແປງຢ່າງກະທັນຫັນແຕ່ສິ່ງທີ່ເຮັດໃຫ້ນາງຮູ້ສຶກວ່າ ຕົນເອງຍັງໂຊກດີຢູ່ກໍຄືບໍ່ວ່ານາງເສັງໄດ້ຄະແນນເທົ່າໃດຄູກໍໃຫ້ກຳລັງໃຈແກ່ນາງຢ່າງສະເໝີຕົ້ນສະເໝີປາຍ. 

    ປີ2020, ນາງ ເຊີງຢວີຕີ່ ໄດ້ເສັງເຂົ້າພາກວິຊາການແພດລິນິກຂອງມະຫາວິທະຍາໄລນານຄ່າຍດ້ວຍຄະແນນສູງນາງເວົ້າວ່າ: ໃນໄລຍະທີ່ຜ່ານມາທາງໂຮງຮຽນໄດ້ເປັນເສົາຄ້ຳໃຫ້ກັບນາງເຮັດໃຫ້ຕົນເອງເຊື່ອໝັ້ນຕະຫຼອດມາວ່າ ນັກຮຽນທຸກຍາກກໍສາມາມີອະນາຄົດທີ່ສົດໃສໄດ້.

    ເມືອງເຈີ້ນຊົງທີ່ຕັ້ງຢູ່ບ່ອນເລິກຂອງພູອູ່ເມີງ ເຄີຍເປັນເມືອງທີ່ມີຈຳນວນປະຊາຊົນຜູ້ທຸກຍາກທີ່ໄດ້ລົງທະບຽນຫລາຍທີ່ສຸດໃນປະເທດຈີນ, ຈົນມາຮອດ ເດືອນພະຈິກປີ 2020 ຈຶ່ງສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງເປັນທາງການ.

    ເພື່ອກຳຈັດບັນຫາຄວາມທຸກຍາກບໍ່ໃຫ້ສືບທອດຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນໜ້າເມືອງເຈີ້ນຊົງໄດ້ສຸໃສ່ການລຶບລ້າງຄວາມທຸກຍາກດ້ວຍການສຶກສາການຮ່ວມກັນສ້າງໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນານນັ້ນ ກໍເປັນວິທີທີ່ສຳຄັນ.

ເຂດພູດອຍອູ່ເມີງ ພັດທະນາການສຶກສາເພື່ອລຶບລ້າງຄວາມທຸກຍາກ

    ຫລາຍປີມໍ່ໆມານີ້ທາງໂຮງຮຽນໄດ້ດຳເນີນການຄົ້ນຄວ້າ ແລະປະຕິຮູບປະຕິບັດມາດຕະການຕ່າງໆ ເຊັ່ນກະກຽມບົດສອນລວມໝູ່ໃຫ້ນັກຮຽຊ່ວຍເຫລືອການຮຽນເຊິ່ງກັນ ແລະ ກັນດ້ວຍການຈັບຄູ່ນຳໃຊ້ການປະດິດສ້າງໃໝ່ດ້ານການສຶກສາທາງດ້ານແນວຄິດການເມືອງ ແລະອື່ນໆສາມາດຍົກສູງຄຸນນະພາບການຮຽນ-ການສອນໄດ້ຢ່າງຫລວງຫລາຍເມືອງເຈີ້ນຊົງເຄີຍເປັນເຂດທຸກຍາກທີ່ສຸດປັດຈຸບັນໄດ້ກາຍເປັນເຂດທີ່ໃຫ້ຄວາມສຳຄັນທີ່ສຸດຕໍ່ວຽກງານການສຶກສາ.

    ການທີ່ໃຫ້ລູກຂອງຕົນສາມາດເສັງເຂົ້າມະຫາວິທະຍາໄລທີ່ມີຊື່ສຽງ ຄືນາງເຊີງຢວີຕີ່ນັ້ນ ແມ່ນຄວາມປາຖະໜາຂອງນາງເຕີ້ງຮຸ້ຍພີງຊາວບ້ານຕາແສງອູ່ເຟິ່ງເມືອງເຈີ້ນຊົ 

    ໃນຖານະເປັນຄູຂອງໂຮງຮຽນມັດທະຍົມເລກໜຶ່ງຂອງເມືອງເຈີ້ຊົງນາງເຕີ້ງຮຸ້ຍພີງຍິ່ງຮູ້ດີເຖິງຄວາມໝາຍທີ່ໃຫ້ລູກຫລານໄດ້ຮັບການສຶກສາທີ່ມີຄຸນນະພາບດີ 

    ເປັນເວລາດົນນານມາແລ້ວ, ລະດັບການສອນຂອງຄູຢູ່ເມືອງເຈີ້ນຊົງບໍ່ສູງ ປານໃດເຮັດໃຫ້ວຽກງານການສຶກສາຂອງເມືອງນີ້ຕົກເຂົ້າສູ່ສະພາບຫຍຸ້ງຍາກນັກຮຽນທີ່ຮຽນຢູ່ເມືອງແຫ່ງນີ້ ບໍ່ມີໃຜສາມາດເສັງເຂົ້າມະຫາວິທະຍາໄລດີເດັ່ນທີ່ສຸດຂອງຈີນໄດ້ຈັກຄົນເປັນເວລາ 19 ປີຕິດຕໍ່ກັນແລ້ວເຮັດໃຫ້ພໍ່ແມ່ຜູ້ປົກຄອງຈຳນວນບໍ່ໜ້ອຍຂາດຄວາມເຊື່ອໝັ້ນຕໍ່ການສຶກສາຂອງເມືອງເຈີ້ນຊົງ.

    ນາງເຕີ້ງຮຸ້ຍພີງເວົ້າວ່າ: ແຕ່ລະປີ ກໍມີນັກຮຽນທີ່ຮຽນເກັ່ງຈຳນວນຫຼວງຫຼາຍ ໄປຮຽນຢູ່ໂຮງຮຽນມັດທະຍົມປາຍຂອງນະຄອນອື່ທີ່ມີລະດັບການສອນສູງກວ່າແຕ່ຄ່ໃຊ້ຈ່າຍຕ່າງໆຂອງນັກຮຽນກໍໄດ້ເພີ່ມຂຶ້ນ ເຊັ່ນ:  ຄ່າຄອງຊີບຄ່າເດີນທາງ ແລະຄ່າອື່ນໆເຮັດໃຫ້ຄອບຄົວສ່ວນໜຶ່ງພົບກັບບັນຫາທຸກຍາກຍ້ອນການສຶກສາ

    ປີ 2016, ໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າຄູຢູນນານໄດ້ເລີ່ມເປີດການຮຽນ-ການສອນຢ່າງເປັນທາງການເຮັດໃຫ້ນາງເຈີ້ງຮຸ້ຍພີງ ແລະຜູ້ປົກຄອງຄົນອື່ນໆຂອງເມືອງຈີ້ນຊົງ ບໍ່ຕ້ອງຄິດໜັກໃນເລື່ອງທີ່ຈະສົ່ງລູກຫລານເຂົ້າໂຮງຮຽນມັດທະຍົມອີກແລ້ວໂຮງຮຽນມັດທະຍົມແຫ່ງນີ້ແມ່ນເມືອງເຈີ້ນຊົງ ແລະ ມະຫາວິທະຍາໄລສ້າງຄູຢູນນານຮ່ວມກັນສ້າງຂຶ້ນໂດຍໄດ້ເຊີນໜ່ວຍງານຜູ້ຊ່ຽວຊານຂອງມະຫາວິທະຍາໄລສ້າງຄູຢູນນານທີ່ປະກອບດ້ວຍຜູ້ມີຄວາມຮູ້ຄວາມສາມາດດ້ານກາບໍລິຫານຄຸ້ມຄອງ ແລະພາກວິຊາອື່ນໆທັງໝົດ 10 ທ່ານໄປຖ່າຍທອດບົດຮຽນຢູ່ເມືອງເຈີ້ນຊົງ  

    ມີລູກຫລານຂອງຄອບຄົວທີ່ໄດ້ຫຼຸດພົ້ນອອກຈາກຄວາທຸກຍາກແລ້ວ ຈຳນວນ 1.433 ຄົນ ໄດ້ເຂົ້າຮຽນຢູ່ໂຮງຮຽນມັດທະຍົມແຫ່ງນີ້ໃນນັ້ນລູກຫລານຂອງຄອບຄົວທີ່ຜູ້ປົກຄອງໄປເຮັດວຽກຢູ່ຕ່າງຖິ່ນກວມປະມານ 38%. ສຳລັບນັກຮຽນເຫລົ່ານີ້ທີ່ຫ່າງໄກກັບພໍ່ແມ່ ແລະຂາດຄວາມອົບອຸ່ນ, ທາງໂຮງຮຽນກໍໄດ້ຈັດໃຫ້ມີຫຼັກສູດແນວຄິດການເມືອງ ເພື່ອບຳລຸງສ້າງສຸຂະພາບຈິດໃຫ້ກັບເຂົາເຈົ້າພະຍາຍາມເຮັດໃຫ້ເຂົາເຈົ້າໄດ້ຮັບຄວາມອົບອຸ່ນແບບຢູ່ໃນຄອບຄົວຕົນ.

    ໂຮງຮຽນ ຍັງໄດ້ເອົາພາກວິຊາການເມືອງປະຫວັດສາດ ແລະ ພູມສາດ ປະສານສົມທົບກັບເຫດການເດັ່ນດ້ານການເມືອງໃນສັງຄົມເຊັ່ນນ້ຳໃຈກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ໃນແຕ່ລະມື້ໄດ້ຈັດຕັ້ງໃຫ້ນັກຮຽນຮັບຊົມລາຍການຂ່າວຂອງໂທລະພາບສູນກາງຈີນ ຫຼື CCTV  ທັງໄດ້ຈັດ ໃຫ້ມີຫຼັກສູດ “ວັດທະນະທຳແບບສັງລວມ” ແລະ “ຄວາມຮູ້ຮອບໂຕ” ສຳລັບນັກ ຮຽນມັດທະຍົມປາຍຍັງໄດ້ສອນຕຳລາອະມະຕະຂອງຄົນບູຮານຈີນໂດຍສະເພາະ.

    ເຮືອນຂອງນັກຮຽນວາງຮາວ ຕັ້ງຢູ່ບ້ານມ້ຽວເກີງ, ຕາແສງຢີເລີ້, ເມືອງເຈີ້ນຊົງພໍ່ແມ່ຂອງລາວໄປເຮັດວຽກຢູ່ນະຄອນຄຸນມີງເປັນເວລາດົນນານແລ້ວເອື້ອຍສອງຄົນພວມຮຽນຢູ່ມະຫາວິທະຍາໄລນ້ອງຊາຍກຳລັງຮຽນຢູ່ໂຮຮຽນມັດທະຍົມປາຍຄອບຄົວຂອງລາວ ມີຄວາມຫຍຸ້ງຍາກຫລາຍໃນດ້ານເສດຖະກິດພາຍຫລັງໄດ້ຮູ້ສະພາບດັ່ງກ່າວແລ້ວໂຮງຮຽນຈຶ່ງພະຍາຍາມຊອກຫາວິທີແກ້ໄຂແຕ່ລະພາກຮຽນ ທາງໂຮງຮຽນໄດ້ໃຫ້ເງິນອຸດໜູນ 1.250 ຢວນແກ່ວາງຮາວ. ຍ້ອນວ່າວາງຮາວຮຽນເກັ່ງຫລາຍໂຮງຽນຍັງໄດ້ສົ່ງລາວໄປເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫລວງປັກກິ່ງນະຄອນເຊີງຕູ່ ແລະນະຄອນຊາງຊ່າເປັນຕົ້ນ.

    ນ້ອງວາງຮາວເວົ້າວ່ານ້ອງມັກວິທະຍາສາດມາຕັ້ງແຕ່ຍາມນ້ອຍ,  ສົນໃຈເລື່ອງປັນຍາປະດິດ ຫລື AI ລາຍທີ່ສຸດປີກາຍນີ້ນ້ອງວາງຮາວໄດ້ເສັງເຂົ້າຄະນະກົນຈັກອັດຕະໂນມັດຂອມະຫາວິທະຍາໄລຊີ່ງວາລາວຫວັງຢາກຮຽນຮອດລະດັບປະລິນຍາເອກ.

 

ເຂດພູດອຍອູ່ເມີງ ພັດທະນາການສຶກສາເພື່ອລຶບລ້າງຄວາມທຸກຍາກ

    ພາຍຫຼັງໂຮງຮຽນໄດ້ເປີດມາເປັນເວລາ 5 ປີແລ້ວນັກຮຽນໄດ້ເພີ່ມຂຶ້ນຈາກ 1.300 ກວ່າຄົນ ເປັນ 8.355 ຄົນ. ປີ 2020 ແລະປີ 2021 ໂຮງຮຽນມີນັກຮຽ 1.464 ຄົນໄດ້ສະໝັກເສັງເຂົ້າມະຫາວິທະຍາໄລໂດຍສາມາດເສັງເຂົ້າມະຫາວິທະຍາໄລໄດ້ 100% ຕິດຕໍ່ກັນເປັນເວລາ 2 ປີແລ້ວ.

    ນ້ອງ ຫລີຊຽງຢົງ ແມ່ນຊາວບ້ານຕ້າວ່ານ, ຕາແສງຕ້າວ່ານ, ເມືອງເຈີ້ນຊົງຄອບຄົວຂອງລາວເຄີຍທຸກຍາກລາວຕັ້ງໃຈຮ່ຳຮຽນ ຈຶ່ງສາມາດເສັງເຂົ້າພາກວິຊາເຕັກນິກການແພດຂອງມະຫາວິທະຍາໄລປັກກິ່ງໄດ້ໃນປີນີ້ນ້ອງເວົ້າວ່າມະຫາວິທະຍາໄລປັກກິ່ງເປັນໂຮງຮຽນທີ່ສ້າງຄວາມຝັນສ້າງຄວາມຝັນໃຫ້ກັບອະນາຄົດຂອງນັກສຶກສາສ້າງຄວາມຝັນໃນການພັດທະນາຄອບຄົວທັງສ້າງຄວາມຝັນເພື່ອຄວາມຈະເລີນ ແລະ ເຂັ້ມແຂງໃຫ້ກັບປະເທດຊາດ.

    ປັດຈຸບັນພາຍໃຕ້ການນຳພາ ແລະ ເອົາໃຈໃສ່ຂອງໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານລະດັບກາສຶສາໃນຂັ້ນມັດທະຍົມປາຍຂອງເມືອງເຈີ້ນຊົງ ໄດ້ຮັບການຍົກສູງຂຶ້ນຢ່າງຫລວງຫລາຍໄດ້ດຶງດູດນັກຮຽນທັງຫລາຍໃຫ້ກັບມາຮຽນຢູ່ບ້ານເກີດທັງໄດ້ດຶງດູດນັກຮຽນບ່ອນອື່ນນະຄອນອື່ນໃຫ້ມາຮຽນຢູ່ທີ່ນີ້ໂຮງຮຽນມັດທະຍົມແຫ່ງນີ້ ພວມອອກແຮງຄົ້ນຄວ້າວິທີການຕ່າງໆຢ່າງບໍ່ຢຸດຢັ້ງ, ເພື່ອນຳເອົາແສສະຫວ່າງມາໃຫ້ແກ່ເຂດພູດອຍອູ່ເມີງ.

ຄຳ​ເຫັນ

0