徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການບໍລິໂພກທີ່ມີຄຸນນະພາບໃນຍາມບຸນກຸດຈີນປີນີ້ແມ່ນຈຸດເດັ່ນທີ່ສຸດ

2022-02-07 15:05:46 cri

ການບໍລິໂພກທີ່ມີຄຸນນະພາບໃນຍາມບຸນກຸດຈີນປີນີ້ແມ່ນຈຸດເດັ່ນທີ່ສຸດ_fororder_src=http---imagepphcloud.thepaper.cn-pph-image-112-204-569.jpg&refer=http---imagepphcloud.thepaper.cn&app=2002&size=f9999,10000&q=a80&n=0&g=0n&fmt=jpeg

 

ຕາມຂ່າວCRI: ການຕິດຕາມຕົວເລກການບໍລິໂພກຂອງກະຊວງການຄ້າຈີນສະແດງໃຫ້ເຫັນວ່າ: ໃນຍາມພັກບຸນກຸດຈີນປີນີ້, ການສະໜອງສິນຄ້າທີ່ຈຳເປັນຕໍ່ຊີວິດການເປັນຢູ່ຢູ່ແຫ່ງຕ່າງໆ ເຊັ່ນ: ສະບຽງອາຫານ, ນ້ຳມັນແຕ່ງອາຫານ, ຊີ້ນ, ໄຂ່ໄກ່, ຜັກແລະອື່ນໆມີຢ່າງພຽງພໍ, ມີຫຼາຍຊະນິດຢ່າງອຸດົມສົມບູນແລະລາຄາສັງລວມມີຄວາມໝັ້ນທ່ຽງ. ໃນຍາມພັກ, ພາຍໃຕ້ເງື່ອນໄຂການປ້ອງກັນແລະຄວບຄຸມສະພາບພະຍາດໃຫ້ດີ, ແຫ່ງຕ່າງໆໄດ້ຮັບປະກັນການສະໜອງພະລິດຕະພັນເຂົ້າຕະຫຼາດຢ່າງອຸດົມສົມບູນ, ໄດ້ຈັດກິດຈະກຳການບໍລິໂພກທາງອອນລາຍແລະອອຟລາຍຢ່າງອຸດົມສົມບູນແລະຫຼາກຫຼາຍສີສັນ, ການບໍລິໂພກທີ່ມີຄຸນນະພາບແມ່ນຈຸດເດັ່ນທີ່ສຸດ.

 

ຕາມຕົວເລກທີ່ເຜີຍແຜ່ໂດຍອົງການຊຳລະບັນຊີທາງອິນເຕີເນັດສະແດງໃຫ້ເຫັນວ່າ, ໃນ 5 ມື້ທຳອິດໃນຍາມພັກຍາມບຸນກຸດຈີນ, ອົງການດັ່ງກ່າວໄດ້ຊຳລະການຊື້ຂາຍມູນຄ່າທຳໝົດ 4200 ຕື້ຢວນ, ໄດ້ເພີ່ມຂຶ້ນຫຼາຍກວ່າ 10% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ການກິນດື່ມ, ບັນເທິງ, ການຊື້ເຄື່ອງແມ່ນສະຖານທີ່ຕົ້ນຕໍຂອງການບໍລິໂພກໃນຍາມພັກບຸນກຸດຈີນ.

 

ຄຳ​ເຫັນ

0