吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັບປຸງເຊືອກສະລິງເສັ້ນໜຶ່ງ ແລະສ້າງທາງຫລວງສາຍໜຶ່ງ ກໍສາມາດສ້າງໂອກາດໃນການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນໄດ້

2022-02-08 15:09:49 cri

ປັບປຸງເຊືອກສະລິງເສັ້ນໜຶ່ງ ແລະສ້າງທາງຫລວງສາຍໜຶ່ງ ກໍສາມາດສ້າງໂອກາດໃນການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນໄດ້

​    ການລຶບລ້າງຄວາມທຸກຍາກ ແລະສ້າງຄວາມຮັ່ງມີ ແມ່ນອາໄສການພັດທະນາຖ້າຢາກມີການພັດທະນາ ຂອດສຳຄັນແມ່ນຂະແໜງການຄົມມະນາຄົມ.

​    ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ເອົາໃຈໃສ່ວຽກງານຄົມມະນາຄົມຢ່າງສະເໝີຕົ້ນສະເໝີປາຍເປັນຫ່ວງເປັນໃຍນຳປະຊາຊົນທີ່ເດີນທາງຍາກໂດຍ ທ່ານໄດ້ໄປສຳຫລວດກວດເບິ່ງວຽກງານຄົມມະນາຄົມຢູ່ຮາກຖານຫລາຍຄັ້ງເພື່ອຮັບຟັງຫາງສຽງຂອງປະຊາຊົນສຳຫລວດເບິ່ງສະພາບການຕົວຈິງໃຫ້ທິດ ຊີ້ນຳອັນສຳຄັນເຊິ່ງທ່ານໄດ້ຊີ້ແຈງທິດທາງຂອງການພັດທະນາຂະແໜງການຄົມມະນາຄົມຂົນສົ່ງຢ່າງຈະແຈ້ງຊັດເຈນ.

​    ບ້ານອາທູເລເອີໃນເຂດພູຕ້າລຽງແຂວງເສສວນ ຕັ້ງຢູ່ເທິງເຫວໃນສະພາບທີ່ອັນຕະລາຍຊາວບ້ານມີຄວາມຫຍຸ້ງຍາກຫຼາຍໃນການເຂົ້າ-ອອກບ້ານທ້າຍເດືອນມິຖຸນາປີ 2017, ການດຳລົງຊີວິດຂອງຊາວບ້ານຢູ່ເທິງເຫວທີ່ຂຶ້ນລົງຂັ້ນໄດ ທີ່ເຮັດດ້ວຍໄມ້ ແລະ ເອົາຫວາຍມັດນັ້ນ ໄດ້ຖືກປ່ຽນແທນດ້ວຍຂັ້ນໄດທີ່ເຮັດດ້ວຍທໍ່ເຫລັກກ້າຈຳນວນ 2.500 ກວ່າທ່ອນ.

​    ເດືອນພຶດສະພາປີ 2020, ຊາວບ້ານໄດ້ທະຍອຍກັນຍົກຍ້າຍໄປຢູ່ເຮືອນໃໝ່ທີ່ຕັ້ງຢູ່ເຂດຈັດສັນຍົກຍ້າຍເພື່ອລຶບລ້າງຄວາມທຸກຍາກທີ່ເມືອງຈ່າວເຈວນັບແຕ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາສູນກາງພັກທີ່ມີທ່ານສີຈີ້ນຜິງເປັນແກນນຳ ໄດ້ຖືເອົາຄວາມມຸ່ງມາດປາຖະໜາທີ່ ຢາກມີຊີວິດການເປັນຢູ່ອັນດີງາມຂອງປະຊາຊົນເປັນເປົ້າໝາຍສູ້ຊົນຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຊຸກຍູ້ການເພີ່ມປະສິດທິພາບ ແລະ ຄຸນນະພາບຂອງວຽກງານຄົມມະນາຄົມຢູ່ຊົນນະບົດໂດຍເພາະແມ່ນເຂດທຸກຍາກມາຮອດປັດຈຸບັນທາງຫລວງຊົນນະບົດໃນທົ່ວປະເທດຈີນ ມີຄວາມຍາວທັງໝົດຫລາຍ ກວ່າ 4,2 ລ້ານກິໂລແມັດຕາແສງ ແລະຊົນນະບົດທີ່ມີເງື່ອນໄຂເອື້ອອຳນວຍນັ້ນ ໄດ້ມີທາງຢາງອັດສະຟານ ແລະ ລົດໂດຍສານໄປຮອດທັງໝົດການບໍລິການ ດ້ານໄປສະນີໄດ້ໄປເຖິງຫລາຍກວ່າ 5, 5 ແສນບ້ານ .

​    ປະຫວັດສາດທີ່ມື້ໃດຟ້າແຈ້ງ ມີຂີ້ຝຸ່ນຕິດເຕັມໂຕມື້ໃດຝົນຕົກ ມີຂີ້ຕົມຕິດເຕັມໂຕນັ້ນໄດ້ສິ້ນສຸດລົງແລ້ວການດຳລົງຊີວິດທີ່ີປະຊາຊົນເຂົ້າ-ອອກບ້ານ ໂດຍຜ່ານ ເສັ້ນທາງປູຢາງອັດສະຟານໄປຕ່າງຖິ່ນມີລົດໂດຍສານບໍລິການນັ້ນ ໄດ້ກາຍເປັຈິງເທື່ອລະກ້າວ.

​    ຖ້າຢາກຮັ່ງມີຕ້ອງສ້າງທາງກ່ອນຖ້າຊົນນະບົດບໍ່ມີເສັ້ນທາງການສ້າງຄວາມຮັ່ງມີກໍມີຄວາມຫຍຸ້ງຍາກທ່ານປະທານສີຈີ້ນຜີງໄດ້ເອົາໃຈໃສ່ການກໍ່ສ້າງພື້ນຖານໂຄງລ່າງດ້າຄົມມະນາຄົມທີ່ຮັບໃຊ້ວຽກງານກະສິກຳຊາວກະສິກອນ ແລະຊົນນະບົດ ເຊິ່ງມີບົດບາດສຳຄັນໃນການລຶບລ້າງຄວາທຸກຍາກ ແລະ ສ້າງຄວາມຮັ່ງມີ.

​    ຕາແສງອາຍຈ້າຍນະຄອນຈີໂຊກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງຊ່ຽງຊີ່ແຂວງຮູນານ ຕັ້ງຢູ່ເຂດໃຈກາງຂອງພູອູລິງທີ່ມີພູມສັນຖານທຸລະກັນດານການຄົມມະນາຄົມບໍ່ສະດວກເພື່ອປ່ຽນແປງສະພາບການດ້ານຄົມມະນາຄົມທີ່ຫລ້າຫລັງອົງການປົກຄອງຂອງທ້ອງຖິ່ນໄດ້ສ້າງຂົວໃຫຍ່ພິເສດໃນເສັ້ນທາງ ດ່ວນ ໃນເດືອນຕຸລາປີ 2007, ວັນທີ 31 ມິນາປີ2012, ຂົວໃຫຍ່ພິເສດຂອງຕາແສງອາຍຈ້າຍໄດ້ເປີດບໍລິການຂົວດັ່ງກ່າວໄດ້ເຊື່ອມຕໍ່ເຂົ້າກັບຕາໜ່າງທາງດ່ວນຂອງຫລາຍແຂວງ ແລະກຳແພງນຄອນເຊັ່ນແຂວງຮູນານນະຄອນຈຸ່ງກິ່ງແຂວງກຸ້ຍໂຈວ່ ແລະອື່ນໆເຊິ່ງໄດ້ແກ້ໄຂຂໍ້ຈຳກັດດ້ານຄົມມະນາຄົມຂອງກິ່ງແຂວງຊ່ຽງຊີ່.

​    ປັດຈຸບັນຈຸດທ່ອງທ່ຽວຕ່າງໆເຊັ່ນ:  ຂົວໃຫຍ່ພິເສດຂອງຕາແສງອາຍຈ້າຍທາງແກ້ວລຽບໜ້າຜາບ້ານວັດທະນະທຳເຜົ່າມົ້ງເຕີຮ່າງ ແລະ ອື່ນໆ ໄດ້ກາຍເປັນເຂທ່ອງທ່ຽວຮ່ອມພູເຕີຮ່າງຂະແໜງການທ່ອງທ່ຽວໄດ້ສ້າງລາຍຮັບ ໃຫ້ປະຊາຊົນທ້ອງຖິ່ນນັບມື້ນັບຫລາຍຂຶ້ນໂດຍຜ່ານການຂາຍຜະລິດຕະພັນປັກແສ່ວແບບເຜົ່າມົ້ງ ແລະ ເປີດເຮືອນພັກ.

​    ເມື່ອມີເສັ້ນທາງຜ່ານແລ້ວ, ທຸກຂະແໜງການກໍສາມາດພັດທະນາໃຫ້ ຈະເລີນຂຶ້ນໄດ້. ຄືກັນກັບກິ່ງແຂວງຊ່ຽງຊີ່, ເຂດທຸກຍາກຈຳນວນຫລາຍບໍ່ໄດ້ຂາດແຄນຊັບພະຍາກອນ, ແຕ່ຍ້ອນການຄົມມະນາຄົມບໍ່ສະດວກສະບາຍ, ຊາວບ້ານຈຶ່ງບໍ່ສາມາດໄປຕ່າງຖິ່ນໄດ້, ຊີວິດການເປັນຢູ່ກໍນັບມື້ນັບທຸກຍາກ. ຖ້າຢາກລຶບລ້າງຄວາມທຸກຍາກ ແລະສ້າງຄວາມຮັ່ງມີຂຶ້ນ, ການປັບປຸງພື້ນຖານໂຄງລ່າງດ້ານຄົມມະນາຄົມແມ່ນມີຄວາມໝາຍສຳຄັນທີ່ສຸດ.

​    ທ່ານປະທານສີຈີ້ນຜີງເຄີຍໃຫ້ທິດຊີ້ນຳຕໍ່ບົດລາຍງານກ່ຽວກັບການພັດທະນາທາງຫລວງຂອງຊົນນະບົດວ່າໂດຍສະເພາະແມ່ນຢູ່ເຂດທຸກຍາກຈຳນວນໜຶ່ງການປັບປຸງເຊືອກສະລິງເສັ້ນໜຶ່ງ ຫຼື ສ້າທາງຫລວງສາຍໜຶ່ງກໍສາມາດສ້າງໂອກາດໃນການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນໃຫ້ແກ່ປະຊາຊົນ ໄດ້ລຸງຈີຮາວ ຊາວບ້ານບ້ານຊ່ານເຮີ, ຕາແສງຊ່ານຊ້າເຮີ, ເມືອງຈ່າວເຈວ, ແຂວງເສສວນຈະບໍ່ມີວັນຫລົງລືມເລື່ອງໜຶ່ງໃນ 3 ປີກ່ອນຄືທ່ານປະທານປະເທດ ສີຈີ້ນຜີງໄດ້ຍ່າງໄປຕາມເສັ້ນທາງນ້ອຍຢູ່ເທິງພູທີ່ບໍ່ຮາບພຽງ ແລະຄົດໆລ້ຽວໆ, ແລ້ວຍ່າງມາຮອດເຮືອນຂອງຕົນ.

​    ຍາມນັ້ນພໍດີແມ່ນບັນຍາກາດກ່ອນບຸນກຸດຈີນປີ 2018, ກິ່ງແຂວງລຽງຊ່ານຫິມະຕົກຫລາຍມື້ລຽນຕິດອາກາດໜາວຈັດທ່ານປະທານສີຈີ້ນຜີງທີ່ກຳລັງສຳຫລວວຽກງານຢູ່ກິ່ງແຂວງລຽງຊ່ານໄດ້ເດີນທາງໄປຮອດບ້ານຊ່ານເຮີ ແລະໄປຢ້ຽມຢາມເຮືອນລຸງຈີຮາວ.

​    ທ່ານປະທານສີຈີ້ນຜີງໄດ້ເວົ້າວ່າບົນເສັ້ນທາງສ້າງຄວາມອິ່ມໜຳສຳລານຢ່າງຮອບດ້ານບໍ່ສາມາດປ່ອຍປະຊົນເຜົ່າໃດ ແລະຄອບຄົວໃດໄດ້ເຊິ່ງເຮັດໃຫ້ລຸງຈີຮາວມີນ້ຳຕາຊຶມເບົ້າບ້ານຊ່ານເຮີ ຕັ້ງຢູ່ເທິງພູທີ່ສູງກວ່າດັບສະເລ່ຍຂອງ ໜ້ານ້ຳທະເລ 2.500 ແມັດເປັນບ້ານເຜົ່າອີຍ້ອນຂໍ້ຈຳກັດດ້ານຄົມມະນາຄົມ ແລະໂຄງປະກອບຂອງຂະແໜງການຕ່າງໆເສຖະກິດສັງຄົພັດທະນາຊັກຊ້າຫລາຍຫລາຍປີມໍ່ໆມານີ້ທາງບ້ານໄດ້ສ້າງທາງຫລວງຜ່ານບ້ານຍ້ອນໄດ້ພັດທະນາທາງຫລວງໃນຊົນນະບົດໂສມໜ້າຂອງບ້ານຈຶ່ງໄດ້ມີການປ່ຽນແປງຢ່າງໃຫຍ່ຫລວງເມື່ອມີທາງແລ້ວການພັດນາຂອງຂະແໜງການທ້ອງຖິ່ນກໍວ່ອງໄວຂຶ້ນຜະລິດຕະພັນດ້ານກະສິກຳທີ່ມີເອກະລັກເຊັ່ນມັນຝຣັ່ງໝາກໝາດ ໝາກສະໝອງລີງ ແລະອື່ນໆໄດ້ຈຳໜ່າຍໄປຮອດຕ່າງຖິ່ນລາຍຮັບຂອງຊາວບ້ານໄດ້ເພີ່ມຂຶ້ນໃນແຕ່ລະປີ.

​    ປັດຈຸບັນເສັ້ນທາງຂີ້ຕົມທີ່ທ່ານປະທານສີຈີ້ນຜີງເຄີຍໄດ້ຍ່າງຜ່ານນັ້ນ ໄດ້ກາຍເປັນທາງຢາງອັດສະຟານທີ່ສະອາດງາມຕາ.

​    ການສ້າງທາງຫລວງໃນຊົນນະບົດ ຕ້ອປະຕິບັດຕາມສະພາບຕົວຈິງຂອງແຫ່ງຕ່າງໆ ແລະ ຖືປະຊາຊົນເປັນຫຼັກທັງຕ້ອງສອດຄ່ອງກັບການພັດທະນາເສດຖະກິດຂອງຊົນນະບົດ ແລະການເດີນທາງຂອງປະຊາຊົນທີ່ສະດວກສະບາຍ ແລະ ປອດໄພ . ໂດຍຜ່ານການປະດິດສ້າງໃໝ່ດ້ານໂຄງປະກອບປັບປຸງນະໂຍບາຍໃຫ້ສົມບູນຂຶ້ນເຮັດໃຫ້ທາງຫລວງຂອງຊົນນະບົດໄດ້ຮັບການກໍ່ສ້າງຂຶ້ນ ຄຸ້ມຄອງຮັກສາ ແລະ ດຳເນີນທຸລະກິດເປັນຢ່າງດີຫລັງຈາກໄດ້ແກ້ໄຂຂໍ້ຈຳກັດດ້ານຄົມມະນາຄົມທີ່ກະທົບຕໍ່ການພັດທະນາຂອງຊົນນະບົດສ້າງເງື່ອນໄຂທີ່ດີໃຫ້ແກ່ຊາວກະສິກອນ,ໃນທີ່ສຸດປະຊາຊົນກໍບັນລຸຄວາມໄຝ່ຝັນໃນການສ້າງຄວາມອິ່ມໜຳສຳລານໄດ້ໂດຍໄວ.

 

ຄຳ​ເຫັນ

0