徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານຮຽກຮ້ອງໃຫ້ອາເມຣິກາປະຕິບັດບາດກ້າວຕົວຈິງເພື່ອຍົກເລີກການຂວ້ຳບາດອີຣານ

2022-02-08 15:10:18 cri

ຕາມຂ່າວCRI: ວັນທີ 7 ກຸມພານີ້, ທ່ານຊາອິດ ຄາຕິບຊາເດ, ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ອີຣານກຳລັງລໍຖ້າອາເມຣິກາປະຕິບັດບາດກ້າວຕົວຈິງ, ຍົກເລີກການຂວ້ຳບາດອີຣານແລະຟື້ນຟູການປະຕິບັດຕາມສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານ.

 

ທ່ານຊາອິດ ຄາຕິບຊາເດກ່າວໃນກອງປະຊຸມຂ່າວໃນມື້ດຽວກັນວ່າ: ຄາດວ່າຄະນະຜູ້ແທນເຈລະຈາກ່ຽວກັບສັນຍານິວເຄຼຍອີຣານຈະກັບຄືນສູ່ນະຄອນວຽນປະເທດໂອຕຼິສໃນວັນທີ 8 ກຸມພານີ້, ອີຣານຫວັງວ່າອາເມຣິກາຈະ “ຕົກລົງບັນຫາທີ່ມີຄວາມຈຳເປັນ”. ການຍົກເລີກການຂວ້ຳບາດອີຣານຍັງແມ່ນຫົວຂໍ້ສຳຄັນໃນການເຈລະຈາກັນ.

ຄຳ​ເຫັນ

0