尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບຫ້ອງ​ການ​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ

2022-02-08 17:33:44 cri

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບຫ້ອງ​ການ​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ_fororder_微信图片_202202081731516

      ໃນ​ໂອ​ກາດ​ທີ່​ທ່ານ ​ອານ​ເບ​ໂຕ ເຟີ​ນານ​ເດ​ສ໌ ປະ​ທາ​ນາ​ທິ​ບໍ​ດີ​ອາກ​ຊັງ​ຕິນມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ, ທ່ານ ເຊີ້ນ​ໄຫ​ໂສງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ໄດ້​ເຊັນ​ “ສັນ​ຍາ​ຮ່ວມ​ມືລະ​ຫວ່າງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ກັບຫ້ອງ​ການ​​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ​” ​ໂດຍ​ແມ່ນ​ທ່ານ​ນາງ ວາ​ເລ​ເຣຍ ຊາ​ເປ​ໂຊ​ຊີ​ນີ ​ຫົວ​ໜ້າ​ຫ້ອງ​ການ​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ​ຮ່ວມ​ລົງ​ນາມ.

      ປີ 2022 ແມ່ນ​ປີທີ່​ຈີນ​ແລະ​ອາກ​ຊັງ​ຕິນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 50 ປີ, ທັງ​ແມ່ນ​ປີ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອາກ​ຊັງ​ຕິນ. ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາ​ມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ,ທັງລົງ​ເລິກ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ດ້ານ​ວັດ​ທະນະ​ທຳ​ລະ​ຫວ່າງ​ສອງ​ຝ່າຍ, ອີງ​ຕາມ​ການ​ປຶກ​ສາ​ຫາ​ລື,ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ເນື້ອ​ໃນ​ລາຍ​ການ,ເຕັກ​ນິກ​ດ້ານ​ສື່ມວນ​ຊົນ,ການ​ແລກ​ປ່ຽນ​ດ້ານ​ບຸກ​ຄະ​ລາ​ກອນແລະ​ດ້ານ​ອື່ນໆ​ບົນ​ພື້ນ​ຖານ​ຫຼັກ​ການສະ​ເໝີ​ພາບ​ກັນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​ແລະ​ການ​ປຶກ​ສາ​ຫາ​ລືບົນ​ຈິດ​ໃຈມິດ​ຕະ​ພາບ,ຈັດ​ຕັ້ງ​ປະ​ຕິ​ບັດ​​ເນື້ອ​ໃນການ​ຮ່ວ​ມ​ມື​ທີ່​ກ່ຽວ​ຂ້ອງ​ກັບ​ປີ​​ຮ່ວມ​ມືມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອາກ​ຊັງ​ຕິນ​ຢ່າງ​ຕັ້ງ​ໜ້າ,ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານອາ​ລິ​ຍະ​ທຳ​ແລະ​ການ​ເຊື່ອມ​ສານ​ດ້ານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດຕື່ມ​ອີກ,ຊຸກ​ຍູ້​ການ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ໃຫ້​ກັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງຈີນ-ອາກ​ຊັງ​ຕິນ.
ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບຫ້ອງ​ການ​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ_fororder_微信图片_202202081731515

      ຫ້ອງ​ການ​ປະ​ຊາ​ສຳ​ພັນ​ຂອງ​ລັດ​ຖະ​ບານ​ອາກ​ຊັງ​ຕິນ​ແມ່ນ​ພາກ​ສ່ວນ​ຄຸ້ມ​ຄອງ​ສື່​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ປະ​ເທດ​ດັ່ງ​ກ່າວ, ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ອາກ​ຊັງ​ຕິນ,ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ອາກ​ຊັງ​ຕິນ​ແລະ​ບໍ​ລິ​ສັດ​ສື່ສາ​ທາ​ລະ​ນະ​ແຫ່ງ​ຊາດ​ແລະ​ສື່ມວນ​ຊົນ​ອື່ນໆ.

ຄຳ​ເຫັນ

0