徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຄ້າຈີນຄັດຄ້ານເລື່ອງທີ່ອາເມຣິກາຈັດເອົາອົງການຕ່າງໆຂອງຈີນ 33 ແຫ່ງເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກ

2022-02-09 15:16:27 cri

ກະຊວງການຄ້າຈີນຄັດຄ້ານເລື່ອງທີ່ອາເມຣິກາຈັດເອົາອົງການຕ່າງໆຂອງຈີນ 33 ແຫ່ງເຂົ້າໃນບັນຊີລາຍຊື່ການຄວບຄຸມການສົ່ງອອກ_fororder_WechatIMG248

ຕາມຂ່າວCRI: ໂດຍແນໃສ່ກໍລະນີທີ່ກະຊວງການຄ້າອາເມຣິກາໄດ້ປະກາດວ່າຈະຈັດເອົາອົງການຕ່າງໆຂອງຈີນ 33 ແຫ່ງເຂົ້າໃນ “ບັນຊີລາຍຊື່ທີ່ບໍ່ໄດ້ຜ່ານການກວດສອບ” ພາຍໃຕ້ການຄວບຄຸມສົ່ງອອກ, ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມຂອງນັກຂ່າວໃນວັນທີ 8 ກຸມພານີ້ວ່າ: ຈີນໄດ້ຮັບຊາບແຈ້ງການທີ່ກ່ຽວຂ້ອງຂອງລັດຖະບານອາເມຣິກາແລ້ວ. ອາເມຣິກາໄດ້ໃຫ້ເຫດຜົນວ່າ ບໍ່ສາມາດຢືນຢັນຄວາມໜ້າເຊື່ອຖືຍ້ອນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງບໍລິສັດສົ່ງອອກອາເມຣິກາຈຶ່ງໄດ້ຈັດເອົາອົງການຂອງຈີນເຂົ້າໃນ “ບັນຊີລາຍຊື່ທີ່ບໍ່ໄດ້ຜ່ານການກວດສອບ”, ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.

ໂຄສົກຈີນໄດ້ລະບຸວ່າ, ໃນປີມໍ່ໆມານີ້, ອາເມຣິກາຖືເອົາການຄວບຄຸມການສົ່ງອອກເປັນເຄື່ອງມືປາບປາມທາງດ້ານການເມືອງແລະຂົ່ມເຫັງທາງດ້ານເສດຖະກິດ, ໄດ້ນຳໃຊ້ມາດຕະການຝ່າຍດຽວເພື່ອປາບປາມສະກັດກັ້ນວິສາຫະກິດ, ອົງການຈັດຕັ້ງແລະບຸກຄົນຂອງປະເທດອື່ນຢ່າງບໍ່ຢຸດຢັ້ງ, ສ້າງຄວາມຫຍຸ້ງຍາກແລະສ້າງສິ່ງກີດຂວາງການຮ່ວມມືດ້ານເສດຖະກິດການຄ້າອັນເປັນປົກກະຕິລະຫວ່າງ

ວິສາຫະກິດຈີນແລະອາເມຣິກາ, ເຊິ່ງບໍ່ມີຜົນດີຕໍ່ຈີນ,​ ບໍ່ມີຜົນດີຕໍ່ອາເມຣິກາ, ທັງບໍ່ມີຜົນດີຕໍ່ທົ່ວໂລກ. ອາເມຣິກາຄວນດັດແກ້ການກະທຳຜິດພາດຂອງຕົນໃນທັນທີ, ກັບຄືນສູ່ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການຮ່ວມມືທີ່ໄດ້ຮັບຜົນປະໂຫຍດຮ່ວມກັນ.

ຄຳ​ເຫັນ

0