徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງສາທາລະນະສຸກໄທລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ

2022-02-09 15:15:53 cri

ກະຊວງສາທາລະນະສຸກໄທລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ_fororder_WechatIMG247

ຕາມຂ່າວCRI: ວັນທີ 8 ກຸມພານີ້, ທ່ານອະນຸທິນ ຊານວີລະກຸນ, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທໄດ້ປະກາດຢູ່ນະຄອນຫຼວງບາງກອກວ່າ: ທ່ານໄດ້ຕາງໜ້າໃຫ້ກະຊວງສາທາລະນະສຸກລົງນາມເອົາກັນຊາອອກຈາກບັນຊີລາຍຊື່ຢາເສບຕິດ, ເພື່ອເປີດເສັ້ນທາງໃຫ້ມີການປູກແລະພັດທະນາກັນຊາ.

 

ອີງຕາມການລົງນາມຄັ້ງນີ້,  ກັນຊາໄດ້ເອົາອອກຈາກບັນຊີລາຍຊື່ຢາເສບຕິດປະເພດທີ 5 ຂອງໄທ, ຍົກເວັ້ນສານທີ່ສະກັດຈາກກັນຊາທີ່ມີຄ່າ THC ສູງກວ່າ 0,2% ຂອງນ້ຳໜັກຢາເສບຕິດ.

 

ທ່ານອະນຸທິນ ຊານວີລະກຸນຍັງກ່າວວ່າ: ກັນຊາມີຜົນດີຫຼາຍ, ເປົ້າໝາຍຂອງກະຊວງສາທາລະນະສຸກໄທແມ່ນເພື່ອຊຸກຍູ້ໃຫ້ຝ່າຍຕ່າງໆນຳໃຊ້ກັນຊາຢ່າງຖືກຕ້ອງ, ສ້າງມູນຄ່າ, ເຊິ່ງລວມທັງການໃຊ້ກັນຊາດ້ານການແພດແລະການປິ່ນປົວ, ການຄົ້ນຄວ້າພັດທະນາແລະພັດທະນາຂະແໜງການກັນຊາ, ໄດ້ສ້າງໂອກາດການປະກອບອາຊີບແລະສ້າງລາຍໄດ້ໃຫ້ແກ່ປະຊາຊົນ.

 

 

ຄຳ​ເຫັນ

0