徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຟຼິກາໃຕ້ໄດ້ອະນຸມັດໃຫ້ນຳໃຊ້ວັກຊີນໂຄວິດ-19 ຊີໂນຟາມແລ້ວ

2022-02-09 15:17:25 cri

ອາຟຼິກາໃຕ້ໄດ້ອະນຸມັດໃຫ້ນຳໃຊ້ວັກຊີນໂຄວິດ-19 ຊີໂນຟາມແລ້ວ_fororder_WechatIMG250

 

ຕາມຂ່າວCRI: ວັນທີ 7 ກຸມພານີ້, ກົມຕິດຕາມຄຸ້ມຄອງຜະລິດຕະພັນທາງການແພດສາທາລະນະສຸກອາຟຼິກາໃຕ້ກ່າວວ່າ: ວັກຊີນໂຄວິດ-19 ຂອງບໍລິສັດຊີໂນຟາມຫຼື SINOPHARM ຂອງຈີນໄດ້ຮັບການອະນຸມັດໃຫ້ນຳໃຊ້ຢ່າງເປັນທາງ

ການຢູ່ອາຟຼິກາໃຕ້, ເພື່ອສັກວັກຊີນໃຫ້ແກ່ກຸ່ມຄົນທີ່ມີອາຍຸແຕ່ 18 ປີຂຶ້ນໄປ. ອາຟຼິກາໃຕ້ແມ່ນປະເທດທີ່ມີສະພາບພະຍາດໂຄວິດ-19 ຮ້າຍແຮງທີ່ສຸດຢູ່ທະວີບອາຟຼິກາ. ໃນເດືອນກໍລະກົດປີ 2021 ຜ່ານມາ, ວັກຊີນໂຄວິດ-19 ທີ່ຜະລິດໂດຍບໍລິສັດຊີໂນແວກຫຼື SINOVAC ຂອງຈີນໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນສະພາບສຸກເສີນ.

 

ຕາມຕົວເລກຂອງສະຖາບັນຄົ້ນຄວ້າການລະບາດຂອງພະຍາດແຫ່ງຊາດອາຟຼິກາໃຕ້ໄດ້ສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 7 ກຸມພານີ້, ອາຟຼິກາໃຕ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ລວມທັງໝົດ 3.625.190 ກໍລະນີ, ມີຜູ້ເສຍຊີວິດລວມທັງໝົດ 96.021 ກໍລະນີ. ອາຟຼິກາໃຕ້ມີຜູ້ເຕັມອາຍຸກະສຽນ 16,61 ລ້ານຄົນໄດ້ສັກວັກຊີນໂຄວິດ-19 ຄົບ 2 ເຂັມແລ້ວ, ເຊິ່ງກວມເອົາ 41,74% ຂອງປະຊາກອນທີ່ມີອາຍຸຫຼາຍກວ່າ 18 ປີ.

 

 

ຄຳ​ເຫັນ

0