蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ຍົກ​ເລີກ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້ກັບ​ໄຕ້​ຫວັນ​ໃນ​ທັນ​ທີ

2022-02-09 10:50:15 CRI

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ຍົກ​ເລີກ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້ກັບ​ໄຕ້​ຫວັນ​ໃນ​ທັນ​ທີ_fororder_zhaolijian1111

     ໂດຍ​ແນ​ໃສ່​ເລື່ອງ​ທີ່​ອາ​ເມຣິ​ກາ​ປະ​ກາດ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້​ກັບໄຕ້​ຫວັນ​ທີ່​ມີ​ມູນ​ຄ່າ 100 ລ້ານ​ໂດ​ລາ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມ​ພານີ້​ວ່າ: ອາ​ເມ​ຣິ​ກາ​ຂາຍ​ອາ​ວຸດ​ໃຫ້​ເຂດ​ໄຕ້​ຫວັນ​ຂອງ​ຈີນນັ້ນ, ໄດ້​ຝືນ​ກັບ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ ໂດຍ​ສະ​ເພາະ​ແມ່ນຂໍ້​ກຳ​ນົດ​ໃນ​ຖະ​ແຫຼງ​ການ“17 ສິງ​ຫາ”ທີ່​ສອງ​ຝ່າຍ​ໄດ້​ເຊັນ​ກັນ​ໃນ​ປີ 1982 ນັ້ນຢ່າງ​ໜັກ​ໜ່ວງ, ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຈີນ​ຢ່າງ​ໜັກ​ໜ່ວງ ແລະ​ໄດ້​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ກໍ່​ຄື​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ຢ່າງ​ໜັກ​ໜ່ວງ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ ແລະ​ກ່າວ​ປະ​ນາມເລື່ອງນີ້​ຢ່າງ​ຮຸ​ນ​ແຮງ​.

     ທ່ານ​ຈ້າວ​ລີ້​ຈ່ຽນ​ຍັງ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ຂໍ້​ກຳ​ນົດທີ່​ລະ​ບຸ​ໄວ້ໃນ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ, ຍົກ​ເລີກ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້​ກັບໄຕ້​ຫວັນ​ໃນ​ທັນ​ທີ, ຢຸດ​ຕິ​ການ​ຂາຍ​ອາ​ວຸດ​ໃຫ້​ກັບໄຕ້​ຫວັນ​ແລະ​ຕັດ​ຂາດ​ການ​ພົວ​ພັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ໄຕ້​ຫັວນ. ຈີນ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ແລະ​ເຂັ້ມ​ແຂງ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0