尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຕືອນ​ໃຫ້ລີ​ຕົວ​ນີ​ຢ່າ​ຊັກ​ຊວນ​ປະ​ເທດ​ອື່ນ​ມາ​ຮ່ວມ​ກັນກັບ​ຕົນ​ຕ້ານປະ​ເທດ​ຈີນ

2022-02-09 17:13:02 cri

ຈີນ​ເຕືອນ​ໃຫ້ລີ​ຕົວ​ນີ​ຢ່າ​ຊັກ​ຊວນ​ປະ​ເທດ​ອື່ນ​ມາ​ຮ່ວມ​ກັນກັບ​ຕົນ​ຕ້ານປະ​ເທດ​ຈີນ_fororder_21a4462309f79052726b5bf842b20bc37acbd54f

      ໃນ​ກອ​ງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກຸມ​ພາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ການ​ລາຍ​ງາ​ນຂ່າວ: ທ່ານ ກາ​ເບ​ຣຍ​ລຸ​ສ ລານ​ດ໌​ສ​ເບີ​ກິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລີ​ຕົວ​ນີ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ອົ​ສ​ຕ​ຣາ​ລີ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ກ່ອນ​​ໜ້າການ​ຢ້ຽມ​ຢາມ​ວ່າ: ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລີ​ຕົວ​ນີ​ແລະ​ອົ​ສຕ​ຣາ​ລີ​ຊ່ວຍ​ເຫຼືອເຊິ່ງ​ກັນ​ແລະ​ກັນ​,ເພື່ອ​ຮັບ​ມື​ກັບ​ການ​ນາບ​ຂູ່​ແລະ​ບີບ​ບັງ​ຄັບ​ຈາກ​ຈີນ​ແລະ​ການ​ລົງ​ໂທດ​ດ້ານ​ການ​ຄ້າ. ທ່ານ ກາ​ເບ​ຣຍ​ລຸ​ສ ລານ​ດ໌​ສ​ເບີ​ກິ​ສ ຍັງ​​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ຂອງ​ອົ​ສ​ຕ​ຣາ​ລີ​(ASPI)ໃນ​ວັນ​ທີ 10 ກຸມ​ພາ​ນີ້ພາຍ​ໃຕ້​ຫົວ​ຂໍ້ “ລະບຽບ​ການ​ສາ​ກົນ​ບົນ​ພື້ນ​ຖານ​ກະ​ຕິ​ກາ​​ຫາກ​ຖືກໂຈມ​ຕີ: ​ໂດຍ​ໄດ້​ຍົກ​ເອົາ​ອູ​ແກ​ຣນ​ແລະ​ໄຕ້​ຫວັນ​ເປັນ​ຕົວ​ຢ່າງ”. ຈີນ​ມີ​ຄຳເຫັນ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ນີ້?

      ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າ​ວວ່າ: ຈີນ​​ໄດ້ທຳ​ການ​ຕອບ​ໂຕ້ຢ່າງ​ຖືກ​ຕ້ອງ​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ​ຂອງ​ຕົນ​ແລະ​​ເພື່ອ​ຄວາມຍຸ​ຕິ​ທຳ​​ສາ​ກົນ​ເຊິ່ງ​ສົມ​ເຫດ​ສົມ​ຜົນ​ແລະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ທີ່​ສຸດ. ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ລະບຽບ​ການ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ມາ​ໂດຍ​ຕະ​ຫຼອດ,ຄຳ​ວ່າ​ຈີນ​ນາບ​ຂູ່​ແລະ​ບີບ​ບັງ​ຄັບ​ລີ​ຕົວ​ນີ​ນັ້ນ​ເປັນ​ການ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​​ມາ​ແທ້ໆ.

      ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: ລີ​ຕົວ​ນີ​ຄວນ​ກ້າ​ປະ​ເຊີນ​ໜ້າກັບ​ເລື່ອງ​ຈິງ​ຢ່າງ​ພາ​ວະ​ວິ​ໃສ,ແກ້​ໄຂ​ຄວາມ​ຜິດ​ພາດ​ຂອງ​ຕົນ,ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ. ລີ​ຕົວ​ນີ​ຄວນ​ຢຸດ​ຕິ​ການ​ຫຼອກ​ ລວງ​ແລະປ່າວ​ຂ່າວ​ດ້ວຍ​ເຈດ​ຕະ​ນາ​ຮ້າຍ,ຍິ່ງ​ບໍ່​ຄວນ​ມີ​ເຈດ​ຕະ​ນາ​ຊັກ​ຊວນ​ປະ​ເທດ​ອື່ນ​ມາ​ຮ່ວມ​ກັນກັບ​ຕົນ​ເພື່ອ​ຕ້ານ​ກັບ​ປະ​ເທດ​ຈີນ.

ຄຳ​ເຫັນ

0