徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວໂລກມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼາຍກວ່າ 400 ລ້ານກໍລະນີ

2022-02-09 15:17:58 cri

ທົ່ວໂລກມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼາຍກວ່າ 400 ລ້ານກໍລະນີ_fororder_WechatIMG249

 

ຕາມຂ່າວCRI: ວັນທີ 8 ກຸມພານີ້, ມະຫາວິທະຍາໄລຈອນຮອບກີນສຂອງອາເມຣິກາໄດ້ເຜີຍແຜ່ຕົວເລກສະຖິຕິຫຼ້າສຸດກ່ຽວກັບສະພາບພະຍາດໂຄວິດ-19 ເຊິ່ງສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 5 ໂມງ 21 ນາທີຂອງວັນທີ 9 ກຸມພານີ້ຕາມເວລາປະເທດລາວ, ທົ່ວໂລກມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼາຍກວ່າ 400 ລ້ານກໍລະນີ, ຄື 400.244.031ກໍລະນີ, ມີຜູ້ເສຍຊີວິດລວມທັງໝົດ5.761.208 ກໍລະນີ.

 

ຕົວເລກໄດ້ສະແດງໃຫ້ເຫັນວ່າ, ນັບມາຮອດປັດຈຸບັນນີ້ອາເມຣິກາແມ່ນປະເທດທີ່ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ. ຮອງລົງມາແມ່ນປະເທດອິນເດຍ, ບຣາຊີນ, ຝຣັ່ງ,​ ອັງກິດ, ຣັດເຊຍ, ຕວກກີ.

 

 

ຄຳ​ເຫັນ

0