ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງກ່ອນນີ້, ວິດີໂອກ່ຽວກັບນາງເຕສຊາ ມອດ ນັກກິລາອາເມຣິກາຕື້ນຕັນໃຈຈົນນ້ຳຕາໄຫຼຍ້ອນຄວາມຮັກແຂກແພງຄົນຂອງອາສາສະໝັກຈີນໃນພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງທີ່ພວກເຂົາເຈົ້າຕ້ອນຮັບນັກກິລາປະເທດຕ່າງໆທີ່ເດີນທາງມາຮອດປະເທດຈີນນັ້ນໄດ້ຖືກເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍຢ່າງວ່ອງໄວ. ການບໍລິການທີ່ຮອບຄອບແລະການຮັກແຂກແພງຄົນຂອງອາສາສະໝັກຈີນທີ່ຮັບໃຊ້ໃນງານກິລາໂອລິມປິກລະດູໜາວປັກກິ່ງກໍ່ໄດ້ຮັບການຍ້ອງຍໍຈາກຜູ້ໃຊ້ອິນເຕີເນັດຂອງຈີນແລະຕ່າງປະເທດ. ຂໍ້ມູນສະແດງໃຫ້ເຫັນວ່າ: ປະຈຸບັນ, ມີອາສາສະໝັກທັງໝົດ 19.000 ຄົນກຳລັງຮັບໃຊ້ການແຂ່ງຂັນໃນງານກິລາໂອລິມປິກລະດູໜາວປັກກິ່ງ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮັບປະກັນໃຫ້ງານກິລາໂອລິມປິກລະດູໜາວດຳເນີນໄປຢ່າງສະດວກ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນຈຳນວນອາສາສະໝັກ 19.000 ຄົນທີ່ຮັບໃຊ້ໃນການແຂ່ງຂັນກິລາປະເພດຕ່າງໆ, ຊາວໜຸ່ມທີ່ມີອາຍຸບໍ່ຮອດ 35 ປີກວມ 94%, ນັກສຶກສາທີ່ກຳລັງຮຽນຢູ່ມະຫາວິທະຍາໄລແມ່ນກຳລັງຕົ້ນຕໍ. ນອກຈາກອາສາສະໝັກທີ່ຮັບໃຊ້ການແຂ່ງຂັນແລ້ວ, ຍັງມີອາສາສະໝັກປະມານ 200.000 ຄົນໄດ້ເຂົ້າຮ່ວມເຮັດວຽກກ່ຽວກັບການຮັບປະກັນການເຄື່ອນໄຫວວຽກຕ່າງໆໃນຕົວເມືອງ.
ຄຳເຫັນ
0