尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນການກວດ​ຫາ​ສານ​ກະ​ຕຸ້ນຂອງ​ນັກ​ກິ​ລາ​ສະ​ກີ​ເທິງ​ພູ​ຂອງ​ອີ​ຣານພົບ​ຄວາມ​ຜິດ​ປົກ​ກະ​ຕິ

2022-02-10 15:22:52 cri

ຜົນການກວດ​ຫາ​ສານ​ກະ​ຕຸ້ນຂອງ​ນັກ​ກິ​ລາ​ສະ​ກີ​ເທິງ​ພູ​ຂອງ​ອີ​ຣານພົບ​ຄວາມ​ຜິດ​ປົກ​ກະ​ຕິ_fororder_9d82d158ccbf6c81bf479ea1bb216c3c33fa402b

      ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ອົງ​ການກວດ​ກາ​ຄວາມ​ໂປ່ງ​ໃສ​ແລະ​ຄວາມ​ຊື່​ສັດ​ສາ​ກົນ​ຫຼື ITA ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 9 ກຸມ​ພາ​ນີ້​ໂດຍ​ລະ​ບຸ​ວ່າ: ​ການກວດ​ຫາ​ສານ​​ກະ​ຕຸ້ນ​ນຳທ້າວ ໂຮ​ສ​ເຊັນ ຊາ​ວີ ເຊັມ​ຊາ​ຄີ ນັກ​ກິ​ລາ​ສະ​ກີເທິງ​ພູ​ຂອງ​ອີ​ຣານ​ມີ​ຄວາມ​ຜິດ​ປົກ​ກະ​ຕິ.

      ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ເປີດ​ເຜີຍ​ຜົນ​ການກວດ​ສານ​ກະ​ຕຸ້ນ​ທີ່​ຜິດ​ປົກ​ກະ​ຕິ​ນັບ​ແຕ່ເລີ່ມ​ການ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ຕົ້ນ​ມາ.

ຜົນການກວດ​ຫາ​ສານ​ກະ​ຕຸ້ນຂອງ​ນັກ​ກິ​ລາ​ສະ​ກີ​ເທິງ​ພູ​ຂອງ​ອີ​ຣານພົບ​ຄວາມ​ຜິດ​ປົກ​ກະ​ຕິ_fororder_cefc1e178a82b901c5b966a67492747e3912ef3c

      ຕົວ​ຢ່າງ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບຈາກ​ການກວດ​ສານກະ​ຕຸ້ນຄັ້ງ​ໜຶ່ງ​ຢູ່​ເຂດ​ແຂ່ງ​ຂັນປັກ​ກິ່ງ​ໃນ​ວັນ​ທີ 7 ກຸມ​ພາ​ນີ້,ແລະ​ຜົນ​ກວດ​ຈາກ​ຫ້ອງ​ທົດ​ລອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກອົງ​ການ​ຕ້ານ​ສານ​ກະ​ຕຸ້ນ​ສາ​ກົນ(WADA) ໃນ​ວັນ​ທີ 9 ກຸ​ມ​ພາ​ນີ້.

      ​ບົດ​ລາຍ​ງານ​​ລະ​ບຸວ່າ: ປັດ​ຈຸ​ບັນ, ນັກ​ກິ​ລາ​ຄົນ​ດັ່ງ​ກ່າວ​ໄດ້​ຮັບ​ຊາບ​ຜົນ​ກວດ​ແລ້ວ,ແລະ​ໃຫ້​ຢຸດ​ຕິ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເປັນ​ການ​ຊົ່ວ​ຄາວ. ອີງ​ຕາມ​ຂໍ້​ກຳ​ນົດ,​ນັກ​ກິ​ລາ​ຄົນ​ນີ້​ສາ​ມາດ​ຍື່ນ​ອຸ​ທອນ​ໄດ້​ພ້ອມ​ທັງ​​ມີ​ສິດຮ້ອງ​ຂໍ​​ຕົວ​ຢ່າງ​ທີ່​ເກັບ​ສຳ​ຮອງ​ໄວ້​ເພື່ອ​ນຳ​ໄປ​ກວດ​ອີກ​ເທື່ອ​ໜຶ່ງ.

ຄຳ​ເຫັນ

0