蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຕອບ​ໂຕ້​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາທີ່ກ່າວ​ຖ້ອຍ​ຄວາມບໍ່​ດີ​ກ່ຽວ​ກັບ​ຜູ້​ຖື​ທວນ​ໄຟ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ

2022-02-10 15:13:25 CRI

ຈີນຕອບ​ໂຕ້​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາທີ່ກ່າວ​ຖ້ອຍ​ຄວາມບໍ່​ດີ​ກ່ຽວ​ກັບ​ຜູ້​ຖື​ທວນ​ໄຟ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ_fororder_jianjianjian11111

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ຫວ່າງ​ກ່ອນນີ້, ທ່ານ​ເຈນ ປະຊາ​ກີ ​ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຖ້ອຍ​ຄວາມ​ກ່ຽວ​ກັບ​ນັກ​ກິ​ລາ​ເຜົ່າ​ອຸຍ​ເກີ​ເຂດ​ຊີ່ນ​ຈ່ຽງ​ຈີນ​ເປັນ​ຜູ້​ຖືທວນ​ໄຟ​ຕົ້ນ​ຕໍ​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງວ່າ: ​ກ່ຽວ​ກັບ​ເລື່ອງນີ້, ບໍ່​ສາ​ມາດ​ຫັນ​ເຫ​ຄວາມ​ສົນ​ໃຈ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ແລະ​“​​ການ​ດັບ​ສູນ​ເຊື້ອ​ຊາດ”ຢູ່​ບາງ​ເຂດຂອງ​ຈີນ​ໂດຍ​ນຳ​ໃຊ້​ພາບ​ພົດ​ດັ່ງ​ກ່າວ, ນີ້ກໍ່​ແມ່ນສາ​ເຫດທີ່​ອາ​ເມ​ຣິ​ກາບໍ່​ສົ່ງ​ຄະ​ນະ​ຜູ້​ແທນ​ການ​ຕ່າງ​ປະ​ເທດ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ກ່ຽວ​ກັບ​ເລື່ອງນີ້, ວັນ​ທີ 9 ກຸມ​ພານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຈະໃຫ້​ໃຜ​ເປັນ​ຜູ້​ຖືທວນ​ໄຟ​ຕົ້ນ​ຕໍ​ໃນ​ພິ​ທີ​ດັ່ງ​ກ່າວ​ແມ່ນ​ການ​ຈັດ​ວາ​ງ​ຕາມ​​ປົກ​ກະ​ຕິຂອງ​ຈີນ, ອາ​ເມ​ຣິ​ກາບໍ່​ມີ​ສິດ​ຊີ້ນັ້ນ​ຊີ້ນີ້.

     ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: ຄຳ​ເວົ້າ​ຂອງອາ​ເມ​ຣິ​ກາທີ່​ວ່າ“ການ​ດັບ​ສູນ​ເຊື້ອ​ຊາດ”ນັ້ນ​ແມ່ນ​ຄຳ​ຫຼອກ​ລວງແຫ່ງ​ສັດ​ຕະ​ວັດ ເຊິ່ງ​ໄດ້​ເຜີຍ​ແບ​ເຈດ​ຕະ​ນາທີ່ຊົ່ວ​ຮ້າຍ​ທັງ​ໝົດຂອງ​ຝ່າຍ​ອາ​ເມ​ຣິ​ກາທີ່​ຢາກຫັນ​​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ບັນ​ຫາ​ການ​ເມືອງ ແລະຖື​ເອົາ​ບັນ​ຫາກ່ຽວ​ກັບ​ເຂດ​ຊີ່ນ​ຈ່ຽງມາ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນ. ການ​ກະ​ທຳ​ທີ່​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາບໍ່ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ມາດປາ​ຖະ​ໜາ​ຂອງປະ​ຊາ​ຄົມ​ໂລກ ແລະ​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ. ການ​ດັບ​ສູນ​ເຊື້ອ​ຊາດ​ແມ່ນ​ຫຍັງ? ນະ​ໂຍ​ບາຍ​ທີ່​ອາ​ເມ​ຣິ​ກາ​ປະ​ຕິ​ບັດຕໍ່​ຊາວ​ອິນ​ເດຍ​ແດງນັ້ນ​ຈຶ່ງ​ແມ່ນ​ການດັບ​ສູນ​ເຊື້ອ​ຊາດ​ຂອງ​ແທ້. ສິ່ງ​ທີ່​ອາ​ເມ​ຣິ​ກາຍິ່ງ​ຄວນ​ເຮັດກໍ່ແມ່ນຕັ້ງ​ໃຈ​ຊຳ​ລະແກ້​ໄຂ​ອາ​ຊະ​ຍາ​ກຳ​ໃນປະ​ຫວັດ​ສາດ​ຂອງ​ຕົນ​ທີ່​ດັບ​ສູນ​ເຊື້ອ​ຊາດ​ຕໍ່​ຊາວ​ອິນ​ເດຍ​ແດງ, ໃຊ້​ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງເພື່ອ​ຫຼຸດຜ່ອນການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ທີ່​ແນ​ໃສ່​ຊາວ​ອິນ​ເດຍ​ແດງ ຄົນເຊື້ອ​ສາຍອາ​ຟ​ຣິ​ກາ ແລະ​ຄົນເຊື້ອ​ສາຍ​ອາ​ຊີ.

ຄຳ​ເຫັນ

0