徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຮັດໃຫ້ເກີດມີກະແສຄຶກຄື້ນໃນການຊື້ອຸປະກອນແລະຊຸດກິລາລະດູໜາວຢູ່ປະເທດຈີນ

2022-02-10 16:21:36 cri

ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຮັດໃຫ້ເກີດມີກະແສຄຶກຄື້ນໃນການຊື້ອຸປະກອນແລະຊຸດກິລາລະດູໜາວຢູ່ປະເທດຈີນ_fororder_WechatIMG255

 

ຕາມຂ່າວCRI: ຫວ່າງມໍ່ໆມານີ້, ມີສື່ຕ່າງປະເທດລາຍງານວ່າ, ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເຮັດໃຫ້ເກີດມີກະແສຄຶກຄື້ນໃນການຊື້ອຸປະກອນແລະຊຸດກິລາລະດູໜາວຢູ່ປະເທດຈີນ, ອຸປະກອນຫຼິ້ນສະກີ້ແລະຊຸດກິລາທີ່ມີຂອງຍີ່ຫໍ້ຈຳນວນໜຶ່ງມີປະລິມານການຈຳໜ່າຍເພີ່ມຂຶ້ນຫຼາຍທາງອ໋ອນລາຍແລະອອຟລາຍ.

 

ຂ່າວສານລອຍເຕີໄດ້ລາຍງານວ່າ: ກ່ອນແລະຫຼັງພິທີໄຂງານກິລາໂອລິມປິກລະດູໜາວ, ມູນຄ່າການຈຳໜ່າຍອຸປະກອນຫຼິ້ນສະກີທາງເວັບໄຊຊື້ຂາຍຈີ່ງໂດ່ງຂອງຈີນໄດ້ເພີ່ມຂຶ້ນ 2 ເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ຂ່າວຍັງໄດ້ລະບຸວ່າ, ວິສາຫະກິດທີ່ຜະລິດຊຸດກິລາລະດູໜາວແລະອຸປະກອນກິລາລະດູໜາວຕ່າງໆໃນທົ່ວໂລກໄດ້ພະຍາຍາມສ້າງຊື່ສຽງຂອງຕົນໃນຕະຫຼາດຈີນເພີ່ມຂຶ້ນ, ເຊິ່ງເຂົ້າໃຈຫວັງວ່າໃນໂອກາດຈັດງານກິລາໂອລິມປິກລະດູໜາວປັກກິ່ງຈະເຮັດໃຫ້ເກີດມີກະແສຄຶກຄື້ນໃນຕະຫຼາດການບໍລິໂພກດ້ານກິລາລະດູໜາວພາຍໃນປະເທດຈີນຕື່ມອີກ.

ຄຳ​ເຫັນ

0