徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງສະແດງຄວາມຢື້ຢາມຖາມຂ່າວໄປຍັງປະທານາທິບໍດີຕວກກີ

2022-02-11 14:33:18 cri

ຕາມຂ່າວCRI: ວັນທີ 10 ກຸມພານີ້,​ ທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານເຣເຊັບ ຕາຢິບ ເອີໂດການ, ປະທານາທິບໍດີຕວກກີ, ເພື່ອສະແດງຄວາມຢື້ຢາມຖາມຂ່າວທີ່ທ່ານແລະພັນລະຍາປະທານາທິບໍດີເອີໂດເປັນພະຍາດໂຄວິດ-19.

 

ໃນສານຂອງທ່ານສີຈິ້ນຜີງລະບຸວ່າ: ເມື່ອໄດ້ຮັບຊາບວ່າທ່ານປະທານາທິບໍດີແລະພັນລະຍາຄືທ່ານນາງເອມີເນເປັນພະຍາດໂຄວິດ-19, ຂ້າພະເຈົ້າພ້ອມດ້ວຍພັນລະຍາຄືທທ່ານນາງເພີງລີ້ຢວນຈຶ່ງໄດ້ສົ່ງສານເພື່ອສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈໄປຍັງທ່ານພ້ອມດ້ວຍທ່ານນາງເອມີເນ, ອວຍພອນໃຫ້ພວກທ່ານຈົ່ງຫາຍຂດຈາກພະຍາດໂດຍໄວ. ຈີນຈະສືບຕໍ່ໃຫ້ການສະໜັບສະໜູນຕວກກີໃນການຕໍ່ຕ້ານສະພາບພະຍາດໂຄວິດ-19.​ ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນລະຫວ່າງຈີນ-ຕວກກີ,​ ຍິນດີສຸມຄວາມພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີເອີໂດການ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ-ຕວກກີກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

 

ຄຳ​ເຫັນ

0