蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຊຳ​ບີ​ກ່າວ​ວ່າ: ຜົນ​ສຳ​ເລັດ​ຂອງຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆໃນການ​ລຶບ​ລ້າງ​ຄວາມ​ທຸກ​ຍາກໄດ້​ເປັນ​ບົດ​ຮຽນ​ໃຫ້​ແກ່ອາ​ຟ​ຣິ​ກາ

2022-02-11 11:53:59 CRI

ປະ​ທາ​ນາ​ທິ​ບໍ​ດີ​ຊຳ​ບີ​ກ່າວ​ວ່າ: ຜົນ​ສຳ​ເລັດ​ຂອງຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆໃນການ​ລຶບ​ລ້າງ​ຄວາມ​ທຸກ​ຍາກໄດ້​ເປັນ​ບົດ​ຮຽນ​ໃຫ້​ແກ່ອາ​ຟ​ຣິ​ກາ_fororder_zanbiyazongtong

     ວັນ​ທີ 10 ກຸມ​ພານີ້, ທ່ານ​ຮາ​ແຄນ​ດ໌ ຮິ​ຊິ​ເລ​ມາ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຊຳ​ບີ​ກ່າວ​ວ່າ: ຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ​ໃນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ເຊິ່ງ​ໄດ້​ເປັນ​ບົດ​ຮຽນ​ອັນ​ສຳ​ຄັນໃຫ້​ແກ່​ປະ​ເທດ​ຊຳ​ບີ​ແລະ​ປະ​ເທດ​ອາ​ຟ​ຣິ​ກາ​ອື່ນໆ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ.

     ໃນ​ເວ​ລາ​ທ່ານ​ຮາ​ແຄນ​ດ໌ ຮິ​ຊິ​ເລ​ມາເຂົ້າ​ຮ່ວມ​ງານ​ພົບ​ປະ​ກັບເຈົ້າ​ໜ້າ​ທີ່​ທາງ​ການ​ທູດ​ປະ​ເທດ​ຕ່າງໆ​ທີ່​ມີ​ຫົວ​ຂໍ້​ວ່າ“ການ​ທັກ​ທາຍ​ສະ​ບາຍ​ດີ​ຈາກ​ປະ​ທາ​ນາ​ທິ​ບໍ​​ດີ​ປີ​ 2022”ທີ່​ຈັດ​ຂຶ້ນໃນ​ວັນ​ທີ 10 ກຸມ​ພານີ້, ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສວ່າ: ໃນ​ຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ, ຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆໄດ້​ນຳ​ໃຊ້​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ, ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຈຳ​ນວນປະ​ຊາ​ກອນ​ທີ່​ທຸກ​ຍາກໄດ້​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ, ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ສາ​ມາດ​ຖອດ​ຖອນ​ບົດ​ຮຽນຜົນ​ສຳ​ເລັດ​ຈາກ​ຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆ. ປະ​ເທດ​ຊຳ​ບີ​ແລະ​ປະ​ເທດ​ອາ​ຟ​ຣິ​ກາ​ອື່ນໆ​ຄວນ​ຮຽນ​ນຳ​ຈີນ​ແລະ​ປະ​ເທດ​ອາ​ຊີ​ອື່ນໆ, ເລັ່ງ​ບາດ​ກ້າວລຶບ​ລ້າງ​ຄວາມ​ທຸກ​ຍາກໃຫ້​ໄວ​ຂຶ້ນ, ເຮັດ​ໃຫ້​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກຄວາມ​ທຸກ​ຍາກຫຼາຍກວ່າ​ເກົ່າ ແລະ​ກ້າວໄປ​ສູ່​ເສັ້ນ​ທາງ​ທີ່ຮັ່ງ​ມີ​ຜາ​ສຸກ.

ຄຳ​ເຫັນ

0