徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແລກປ່ຽນສາກົນທີ່ຖືເອົາງານກິລາໂອລິມປິກລະດູໜາວເປັນຂົວເຊື່ອມຕໍ່ກັນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ

2022-02-11 14:32:50 cri

ການແລກປ່ຽນສາກົນທີ່ຖືເອົາງານກິລາໂອລິມປິກລະດູໜາວເປັນຂົວເຊື່ອມຕໍ່ກັນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ_fororder_WechatIMG253

 

ຕາມຂ່າວCRI: ນັບແຕ່ເລີ່ມກະກຽມງານກິລາໂອລິມປິກລະດູໜາວປັກກິ່ງ ເປັນຕົ້ນມາ, ການແລກປ່ຽນສາກົນງານກິລາໂອລິມປິກລະດູໜາວເປັນຂົວເຊື່ອມຕໍ່ກັນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈີນໄດ້ເພີ່ມທະວີການແລກປ່ຽນແລະປະສານງານກັບອົງການຈັດຕັ້ງກິລາສາກົນ, ໄດ້ຈ້າງຜູ້ຊ່ຽວຊານຕ່າງປະເທດແລະນັກວິຊາການດ້ານເຕັກໂນໂລຊີສັນຊາດຕ່າງປະເທດຫຼາຍຄົນ, ເມື່ອເຂົ້າຮ່ວມວຽກງານກະກຽມງານກິລາໂອລິມປິກ, ເຂົາເຈົ້າໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານການອອກແບບສະໜາມກິລາ, ການສ້າງລານແຂ່ງຂັນກິລາຫິມະແລະນ້ຳກ້ອນ, ການຈັດການແຂ່ງຂັນແລະດ້ານອື່ນໆ. ນອກນີ້, ຜ່ານການເພີ່ມທະວີການແລກປ່ຽນແລະການຮ່ວມມືກັບປະເທດທີ່ມີຄວາມເຂັ້ມແຂງດ້ານກິລາລະດູ

ໜາວ, ພ້ອມທັງການຈ້າງຄູ່ຝຶກທີ່ມີລະດັບສູງ, ນຳເຂົ້າເຕັກໂນໂລຊີທັນສະໄໝແລະຮູບແບບອື່ນໆ, ລະດັບການພັດທະນາແລະຄວາມສາມາດດ້ານການຈັດການແຂ່ງຂັນກິລາລະດູໜາວຂອງຈີນໄດ້ຮັບການຍົກສູງຂຶ້ນ. ໃນງານກິລາໂອລິມປິກລະດູໜາວຄັ້ງນີ້, ຄະນະນັກກິລາຈີນລວມມີຄູຝຶກ 78 ຄົນ, ໃນນັ້ນມີຄູຝຶກຄົນຕ່າງປະເທດ 51 ຄົນທີ່ມາຈາກ 19 ປະເທດເຊິ່ງລວມທັງອາເມຣິກາ, ການາດາ, ຣັດເຊຍ,​ ຝຣັ່ງ, ຍີ່ປຸ່ນແລະປະເທດອື່ນໆ.

ຄຳ​ເຫັນ

0