尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ​: ອາ​ເມ​ຣິ​ກາ​ແລະ​ອົງ​ການ​ນາ​ໂຕຕ້ອງ​ໃຫ້​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ແກ່​ປະ​ເທດ​ຕົນ​ຢ່າງຮອບ​ດ້ານ​ແລະ​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ

2022-02-11 17:02:22 cri

ຣັດ​ເຊຍ​ກ່າວ​ວ່າ​: ອາ​ເມ​ຣິ​ກາ​ແລະ​ອົງ​ການ​ນາ​ໂຕຕ້ອງ​ໃຫ້​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ແກ່​ປະ​ເທດ​ຕົນ​ຢ່າງຮອບ​ດ້ານ​ແລະ​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ_fororder_247cbb1c7a094a6784dc4931826bb552

      ວັນ​ທີ 10 ກຸມ​ພາ​ນີ້, ທ່ານ ວະ​ລາ​ດີ ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ກ່າວ​ໃນ​ເວ​ລາ​ສົ່​ງ​​ສານອວຍ​ພອນ​ເຖິງພະ​ນັກ​ງານ​ການ​ທູດ​ແລະ​ພະ​ນັກ​ງານ​ການ​ທູດ​ທີ່​ອອກ​ບຳ​ນານ​ເນື່ອງ​ໃນ​ໂອ​ກາດ “ວັນ​ນັກ​ການ​ທູດ”ວ່າ: ທ່ານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ແລະ​ອົງ​ການ​ນາ​ໂຕ​ໃຫ້​ການ​ຮັບ​ປະ​ກັນ​​ດ້ານ​ຄວາມ​ໝັ້ນ​ຄົງ​ແກ່​ຣັດ​ເຊຍ​ຢ່າງ​ຮອບ​ດ້ານ​ແລະ​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ.

     ໃນ​ມື້​ດັ່ງ​ກ່າວ,ເວັບ​ໄຊ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ເຜີຍ​ແຜ່​ສານຂອງ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ລົງ​ໃນ​ເວັບ​ໄຊ​ຂອງ​ຕົນ. ​ໃນ​ສານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊີ້​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ສາ​ກົນ​ນັບ​ມື້​ນັບ​ຂ້ຽວ​ຂາດ​ຂຶ້ນ​ຕື່ມ,ທ່ານ​ຮຽກ​ຮ້ອງ​ໃຫ້​ພະ​ນັກ​ງານ​ທັງ​ຫຼາຍ​ຕ້ອງ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ໃຫ້​ຫຼາຍກວ່າ​ເກົ່າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ດ້ານ​ຍຸດ​ທະ​ສາດ​ແລະ​ຮັບ​ມື​ກັບ​​ໄພຂົ່ມ​ຂູ່​ແລະ​ສິ່ງ​ທ້າ​ທາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ,ກ່ອນ​ອື່ນ​ທ່ານ​ຮຽກ​ຮ້ອງ​ໃຫ້ອາ​ເມ​ຣິ​ກາ​ແລະ​ອົງ​ການ​ນາ​ໂຕ​ໃຫ້​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ແກ່​ຣັດ​ເຊຍ​ຢ່າງ​ຮອບ​ດ້ານ​ແລະ​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ.

ຄຳ​ເຫັນ

0