蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ອາ​ເມ​ຣິ​ກາ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ລະ​ນຶກ​ວັນ​ຢ້ຽມ​ຢາມປະ​ເທດ​ຈີນ​ຂອງ​ທ່ານ​ນິກ​ຊັນຄົບ​ຮອບ 50 ປີ

2022-02-11 12:07:44 CRI

ຈີນ​ແລະ​ອາ​ເມ​ຣິ​ກາ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເພື່ອ​ລະ​ນຶກ​ວັນ​ຢ້ຽມ​ຢາມປະ​ເທດ​ຈີນ​ຂອງ​ທ່ານ​ນິກ​ຊັນຄົບ​ຮອບ 50 ປີ_fororder_zhaolijian

     ປີນີ້​ແມ່ນ​ປີ​ທີ່​ທ່ານ​ຣິ​ຊາດ ນິກ​ຊັນ ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາຢ້ຽມ​ຢາ​ມ​ປະ​ເທດ​ຈີນ​ກໍ່​ຄື​ວັນ​ລົງ​ນາມຮ່ວມ​ໃນ“ຖະ​ແຫຼງ​ກາ​ນ​ຊຽງ​ໄຮ້”ຄົບ​ຮອບ 50 ປີ. ຕອນ​ບ່າຍ​ວັນ​ທີ 10 ກຸມ​ພານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳໃນ​ກອງ​ປະ​ຊຸມ​ຂ່າວວ່າ: ຍັງ​ອີກບໍ່​ດົນ, ຈີນ​ແລະ​ອາ​ເມ​ຣິ​ກາ​ຈະຈັດ​ກິດ​ຈະ​ກຳ​ຕ່າງໆເພື່ອ​ລະ​ນຶກວັນ​ດັ່ງ​ກ່າວ, ເພື່ອຫວນ​ຄືນ​ປະ​ຫວັດ​ສາດ​ແລະຈ້ອງ​ເບິ່ງອະ​ນາ​ຄົດ​ຮ່ວມ​ກັນ. ຈີນ​ຈະ​ແຈ້ງ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ທັນ​ການ.

     ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: “ຖະ​ແຫຼງ​ການ​ຊຽງ​ໄຮ້”ແມ່ນ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ທຳ​ອິດ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ ເຊິ່ງ​ໄດ້​ກຳ​ນົດ​ຫຼັກ​ການ​ທີ່​ຄວນຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວເຊິ່ງ​ໄດ້​ກາຍ​ເປັນ​ພື້ນ​ຖານທາງ​ການ​ເມືອງ​ທີ່ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງຈີນ-ອາ​ເມ​ຣິ​ກາ​ຫັນ​ເປັນປົກ​ກະ​ຕິ​ແລະໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດນຳ​ກັນ.

ຄຳ​ເຫັນ

0