秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຄົນທີ່ເຂົ້າຮ່ວມກິລາຫິມະ ແລະນ້ຳກ້ອນໃນທົ່ວໂລກເພີ່ມຂຶ້ນ 300 ລ້ານຄົນ

2022-02-12 13:36:27 cri

ຫ​ວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂທ​ມັ​ສ ບັກ​ສ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ກຳ​ລັງ​ຈັດ​ຂຶ້ນ​ນັ້ນ ​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ສຳ​ລັບ​ທົ່ວ​ໂລກ, ຈຳ​ນວນ​ຄົນທີ່​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ 300 ລ້ານ​ຄົນ.

ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ຈີນ​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ປີ 2015 ເປັນ​ຕົ້ນ​ມາ, ມີ​ປະ​ຊາ​ຊົນ 346.000.000 ໄດ້​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ ເຊິ່ງ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່​ໃຫ້​ໄວ້​ໃນ​ເວ​ລາ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ດັ່ງ​ກ່າວ. ຕາມ​ຂໍ້​ມູນ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມັງ​ກອນ​ປີ 2022, ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ອຸ​ປະ​ກອນ​​ກິ​ລາສະ​ກີ​ໄດ້​ເພີ່ມ​ຂຶ້ນ 51,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ, ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ເຄື່ອງ​ທີ່​ລະ​ນຶກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ເພີ່ມ​ຂຶ້ນ 26,9 ເທົ່າ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ, ຍອດ​ມູນ​ຄ່າຈຳ​ໜ່າຍ​ປີ້​ເຂົ້າ​ສວນ​ສະ​ໜຸກ​ຫິ​ມະ ແລະ​ນ້ຳ​ກ້ອນ​ໄດ້​ເພີ່ມ​ຂຶ້ນ 131,5% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ແລະຍອດ​ມູນ​ຄ່າຈຳ​ໜ່າຍ​ປີ້​ເຂົ້າ​ສະ​ໜາມ​ສະ​ກີ​ໄດ້​ເພີ່ມ​ຂຶ້ນ 95,2% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ.

ນອກ​ນີ້, ແຜນ​ການ​ພັດ​ທະ​ນາ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ (ປີ 2016 - 2025) ​ຂອງ​ຈີນ ຍັງ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ສູງກວ່າເກົ່າ ຄື: ​ເມື່ອ​ຮອດ​ປີ 2025, ຍອດ​ມູນ​ຄ່າ​ຂອງ​ຂະ​ແໜງ​ການ​ຫິ​ມະ ແລະ​ນ້ຳ​ກ້ອນ​ຂອງ​ຈີນ​ຈະ​ບັ​ນ​ລຸ​ເຖິງ 1.000 ຕື້​ຢວນ.

ຄຳ​ເຫັນ

0