秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກກິລາສະເກັດລີລາຂອງຍີ່ປຸ່ນໄດ້ຮັບການສະໜັບສະໜູນຈາກແຟນກິລາຊາວຈີນ

2022-02-12 14:32:12 cri

ວັນ​ທີ 10 ກຸ​ມ​ພາ​ນີ້, ​ໃນ​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ້າວ​ຢູ​ຊຸ​ຣູ ຮານ​ຢູ(Yuzuru Hanyu), ນັກ​ກິ​ລາ​ສະ​ເກັດ​ລີ​ລາ​ຂອງ​ຍີ່​ປຸ່ນ​ໄດ້​ສະ​ແດງ​ທ່າ​ເຕັ້ນ​ສີ່​ຮອບ​ເຄິ່ງ ເຊິ່ງ​ເປັນ​ທ່າ​ທີ່​ມີ​ລະ​ດັບ​ຄວາມ​ຍ​າກ​ສູງ ແຕ່​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ ແລະ​ລົ້ມ. ເຖິງ​ເປັນ​ແນວ​ນີ້​ກໍ​ຕາມ, ທ້າວ​ຢູ​ຊຸ​ຣູ ຮານ​ຢູ ກໍ​ໄດ້​ຮັບ​ການ​ຕົບ​ມື​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ທັງຫຼາຍ​ຢູ່​ສະ​ໜາມ​ແຂ່ງ​ຂັນ. ສື່ມວນ​ຊົນ​ຕ່າງ​ປະ​ເທດຫຼາຍ​ແຫ່ງ​ໄດ້​ລາຍ​ງານ​ກ່ຽວ​ກັ​ບ​ເລື່ອງ​ນີ້.

BBC, ໜັງ​ສື​ພິມ The Independent ຂອງ​ອັງ​ກິດ ແລະ​ສື່ມວນ​ຊົນ​ຕ່າງ​ປະ​ເທດ​ອື່ນໆ​ໄດ້​ລາຍ​ງານ​ວ່າ: ທ້າວ​ຢູ​ຊຸ​ຣູ ຮານ​ຢູ, ນັກ​ກິ​ລາ​ສະ​ເກັດ​ລີ​ລາ​ຍີ່​ປຸ່ນ​ທີ່​ອາ​ຍຸ 27 ປີ ເປັນ​ນັກ​ກິ​ລາ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ປະ​ເທດ​ຈີນ. ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຈີນ, ຫົວ​ຂໍ້​ທີ່​ກ່ຽວ​ກັບທ້າວ​ຢູ​ຊຸ​ຣູ ຮານ​ຢູ ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ຈາກ​ຊາວ​ເນັດ​ຈີນ. ຊາວ​ເນັດ​ຈີນ​ຈຳ​ນວນຫຼ​ວງຫຼາຍ​ໄດ້​ຍ້ອງ​ຍໍ​ລາວ​ວ່າ: ​ມີ​ຄວາມ​ກ້າ​ຫານ​ໃນ​ການ​ທ້​າ​ທາຍ​ທ່າ​ທີ່​ມີ​ລະ​ດັບ​ຄວາມຍາກ​​ສູງໃນ​ປະ​ຫວັດ​ສາດ; ຍັງ​ມີ​ຊາວ​ເນັດ​ເວົ້າວ່າ: “​ບໍ່​ວ່າ​ຈະໄດ້ແຊມຫຼື​ບໍ, ທ້າວ​ຢູ​ຊຸ​ຣູ ຮານ​ຢູ​ກໍ​ເປັນ​​ບຸກ​ຄົນ​ທີ່​ມີ​ຄວາມມະ​ຫັດ​ສະ​ຈັນ​ໃນ​ປະ​ຫວັດ​ສາດ​ກິ​ລາ​ສະ​ເກັດ​ລີ​ລາ”.

ສື່ມວນ​ຊົນ​ດັ່ງ​ກ່າວ​ຍັງ​ໄດ້ລາຍງ​ານ​ວ່າ: ພາຍຫຼັງ​ການ​ແຂ່ງ​ຂັນ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ນາງ​ຮ​ວ້າ​ຊູນ​ຢິງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກົດ​ໄລ​ໃຫ້​ກັບທ້າວ​ຢູ​ຊຸ​ຣູ ຮານ​ຢູ ຢູ່​ຕາມ​ສື່​ສັງ​ຄົມ​ອອນ​ລາຍ.

ຄຳ​ເຫັນ

0