吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍີ່ປຸ່ນຈະພິຈາລະນາຜ່ອນຄາຍມາດຕະການປ້ອງກັນພະຍາດໂຄວິດ-19ໃນດ້ານການເຂົ້າປະເທດຍີ່ປຸ່ນ

2022-02-12 15:12:39 cri

ຍີ່ປຸ່ນຈະພິຈາລະນາຜ່ອນຄາຍມາດຕະການປ້ອງກັນພະຍາດໂຄວິດ-19ໃນດ້ານການເຂົ້າປະເທດຍີ່ປຸ່ນ

    ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19, ປັດ​ຈຸ​ບັນ​ນີ້, ລັດ​ຖະ​ບານ​ຍີ່​ປຸ່ນ​ຍັງ​ສືບ​ຕໍ່​ຢຸດ​ຕິ​ການ​ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ທັງ​ໝົດ​ເຂົ້າ​ປະ​ເທດ​ຍີ່​ປຸ່ນ​ເປັນ​ການ​ຊົ່ວ​ຄາວ, ຈົນ​ຮອດ​ທ້າຍ​ເດືອນ​ກຸ​ມ​ພາ​ນີ້. ວັນ​ທີ 12 ກຸມ​ພາ​ນີ້, ທ່ານ ຟູ​ມີ​ໂອ ກີ​ຊິ​ດະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ກ່າວ​ວ່າ: ລັດ​ຖະ​ບານ​ຍີ່​ປຸ່ນ​ຈະ​ພິ​ຈາ​ລະ​ນາ​ຜ່ອນ​ຄາຍ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19​ໃນດ້ານ​ການ​ເຂົ້າ​ປະ​ເທດ​ຍີ່​ປຸ່ນ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ.

    ຫນັງສືພິມເຄອິຈາຍຊິມບູນຍີ່ປຸ່ນ​ໄດ້​ລາຍ​ງານ​ຂ່າວ​ໃນ​ວັນ​ທີ 12 ກຸມ​ພາ​ນີ້​ວ່າ, ລັດ​ຖະ​ບານ​ຍີ່​ປຸ່ນ​ຈະເລີ່ມ​ອະ​ນຸ​ຍາດ​​ໃຫ້​ບຸກຄົນ​ທີ່​ດຳ​ເນີນ​ທຸ​ລະ​ກິດ ແລະ​ນັກ​ສຶກ​ສາ​ຕ່າງ​ປະ​ເທດເຂົ້າ​ປະ​ເທດ​ຍີ່​ປຸ່ນ​​ກ່ອນ ພາຍ​ໃນ​ເດືອນ​ນີ້,  ຈຳ​ນວນ​ຊາວ​ຕ່າງ​ປະ​ເທດ​ທີ່​ສາ​ມາດ​ເຂົ້າ​ປະ​ເທດ​ຍີ່​ປຸ່ນ​ໃນ​ແຕ່​ລະ​ມື້​ຈະ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ​​ໂດຍ​ເລີ່ມຈາກ 1000 ຄົນຕໍ່​ມື້.

 

ຄຳ​ເຫັນ

0