吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມຍ້ອງຍໍຊົມເຊີຍຂອງປະຊາຄົມໂລກທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ

2022-02-12 14:51:09 cri

ຄວາມຍ້ອງຍໍຊົມເຊີຍຂອງປະຊາຄົມໂລກທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ

    ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈໍາວັນທີ 11 ກຸມພານີ້ວ່າ: ຫຼາຍມື້ມໍ່ໆມານີ້, ຜູ້ນຳຫຼາຍປະເທດ ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນໄດ້ຕີລາຄາສູງຕໍ່ປະເທດຈີນທີ່ໄດ້ສະແດງໃຫ້ເຫັນຄວາມມີຮັບຜິດຊອບໃນຖານະເປັນປະເທດໃຫຍ່ເພື່ອເສີຍຂະຫຍາຍນ້ຳໃຈໂອລິມປິກ, ຊຸກຍູ້ຄວາມສາມັກຄີ ແລະໄມຕີຈິດມິດຕະພາບຂອງມະນຸດ. ການຕີລາຄາໃນແງ່ດີ ແລະຄວາມຍ້ອງຍໍຊົມເຊີຍຂອງປະຊາຄົມໂລກທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

    ທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ, ສັງເກດຈາກຂອບເຂດທົ່ວໂລກແລ້ວ, ຍຸກສະໄໝຂອງກິລາລະດູໜາວສາມາດແບ່ງເປັນໄລຍະກ່ອນການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ແລະໄລຍະຫຼັງການຈັດງານກິລາໂອລິມປິກລະດູໜາວ ປັກກິ່ງ,  ປະເທດຈີນໄດ້ກະຕຸກຊຸກຍູ້ໃຫ້ປະຊາຊົນ 300 ລ້ານຄົນເຂົ້າຮ່ວມກິລາຫິມະ ແລະນ້ຳກ້ອນ ເຊິ່ງຈະເປີດຍຸກໃໝ່ແຫ່ງກິລາຫິມະ ແລະນ້ຳກ້ອນ.  ທ່ານອັບດູນລາ ຊາຮີດ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງຈະເປັນໂອກາດສຳຄັນໃນການຜ່ານຂ້າມຄຳວ່າພູມສາດການເມືອງ, ຊຸກຍູ້ຄວາມສາມັກຄີ ແລະສັນຕິພາບທົ່ວໂລກ ແລະການປະດິດສ້າງໃໝ່ຂອງມະນຸດ. ສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍກ່າວວ່າ: ຄວາມຮັກແຂກແພງຄົນ ແລະຄວາມເປັນມິດຂອງປະຊາຊົນຈີນເຮັດໃຫ້ນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດມີຄວາມປະທັບໃຈຫຼາຍ.

ຄຳ​ເຫັນ

0