黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຕອບສະຫນອງຕາມຄວາມຕ້ອງການຂອງນັກກິລາທັງຫລາຍຈົນສຸດຄວາມສາມາດ ເພື່ອຮັບປະກັນໃຫ້ເຂົາເຈົ້າສາມາດເຂົ້າຮ່ວມການແຂ່ງຂັນດ້ວຍສະພາບທີ່ດີທີ່ສຸດ

2022-02-13 16:10:13 CRI

ສູນສື່ມວນຊົນຫລັກ ງານກິລາໂອລິມປິກລະດູຫນາວປັກກກິ່ງໄດ້ຈັດກອງປະຊຸມຖະ ແຫລງຂ່າວສຳລັບໄລຍະການແຂ່ງຂັນຄັ້ງທີ 8 ໃນວັນທີ 12 ກຸມພານີ້. ທ່ານເສີນຊ່ຽນຟ່ານ ຫົວຫນ້າຝ່າຍຄຸ້ມຄອງບ້ານພັກນັກກິລາງານກິລາໂອລິມປິກລະດູຫນາວປັກກິ່ງໄດ້ໃຫ້ຄຳເຫັນ ວ່າ: ຈະຕອບສະຫນອງຕາມຄວາມຕ້ອງການຂອງນັກກິລາທັງຫລາຍຈົນສຸດຄວາມສາມາດ ເພື່ອຮັບປະກັນໃຫ້ເຂົາເຈົ້າສາມາດເຂົ້າຮ່ວມການແຂ່ງຂັນດ້ວຍສະພາບທີ່ດີທີ່ສຸດ.

ທ່ານເສີນຊ່ຽນຟ່ານ ກ່າວວ່າ: ບ້ານພັກນັກກິລາງານກິລາໂອລິມປິກລະດູຫນາວແມ່ນ ສະຫນາມກິລາທີ່ບໍ່ແມ່ນໃຊ້ໃນການແຂ່ງຂັນທີ່ໃຫຍ່ທີ່ສຸດ ແລະກໍແມ່ນບ້ານພັກຂອງນັກກິລາ ທັງຫລາຍ. ນອກນີ້, ບ້ານພັກນັກກິລາງານກິລາໂອລິມປິກລະດູຫນາວ ກໍແມ່ນຫນຶ່ງໃນ ສະຫນາມກິລາຕ່າງໆ ທີ່ໃຫ້ບໍລິການເປັນເວລາຍາວທີ່ສຸດ ໂດຍເປີດບໍລິການໃຫ້ແກ່ນັກກິລາ ແລະ ເຈົ້າຫນ້າທີ່ຕິດຕາມຄະນະນັກກິລາຂອງປະເທດຕ່າງໆຕະຫລອດ 24 ຊົ່ວໂມງໃນທຸກ ສະພາບອາກາດ. ຂະນະທີ່ໃນດ້ານອາຫານການກິນນັ້ນ, ໃນບ້ານພັກນັກກິລາດັ່ງກ່າວມີຮ້ານ ອາຫານສຳລັບນັກກິລາທີ່ມີເນື້ອທີ່ເຖິງ 2.200 ຕາແມັດ ແລະ ເປີດບໍລິການຕະຫລອດ 24 ຊົ່ວໂມງ  ໂດຍມີອາຫານປະເພດຕ່າງໆຢ່າງອຸດົມສົມບູນ, ທັງແຊບທັງຮັບປະກັນດ້ານ ໂອຊະນາການ. ນອກນີ້, ໃນບ້ານພັກນັກກິລາຍັງມີພະແນກກວດເຂດນອກ, ພະແນກຟື້ນຟູສຸ ຂະພາບ, ພະແນກປິ່ນປົວ ແລະອື່ນໆ ທັງຫມົດ 18 ພະແນກ ເພື່ອຮັບປະກັນການໃຫ້ການ ປິ່ນປົວ ແລະ ການບໍລິການດ້ານຈິດຕະສາດແບບມືອາຊີບໃຫ້ແກ່ນັກກິລາຕາມກໍລະນີທັນ ດ່ວນ.

ຄຳ​ເຫັນ

0