蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ປະ​ກາດ​ແຜນ​ການ​ນຳ​ໃຊ້​ຊັບ​ສິນ​ຂອງ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສະ​ຖານ​ທີ່​ຖືກອາ​ຍັດ

2022-02-13 15:15:29 CRI

ວັນ​ທີ 11 ກຸມ​ພາ​ນີ້, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ເຊັນ​ດຳ​ລັດ​ກ່ຽວ​ກັບ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນິ​ສະ​ຖານ​ຢູ່​ອາ​ເມ​ຣິ​ກາ​ທີ່​ຖືກ​​ອາ​ຍັດໄວ້.

ອີງ​ຕາມ​ການ​ອະ​ທິ​ບາຍ​ຕໍ່​ດຳ​ລັດ​ສະ​ບັບ​ນີ້, ທ່ານ​ໂຈ ໄບ​ເດັນ​ຮຽກ​ຮ້ອງ​ໃຫ້​ແບ່ງ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນິ​ສະ​ຖານ​ທີ່​ຢູ່​ອາ​ເມ​ຣິ​ກາ​ທີ່​ມີ​ມູນ​ຄ່າ​ປະ​ມານ 7 ຕື້​ໂດ​ລາ​ສະ​ຫະ​ລັດ​ເປັນ​ສອງ​ພາກ​ສ່ວນ​ເທົ່າໆ​ກັນ, ເຄິ່ງ​ໜຶ່ງ​ໃຊ້​ເປັນ​ແຫຼ່ງ​ທຶນ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ແກ່​ຜູ້​ຖືກ​ເຄາະ​ຮ້າຍ​ໃນ​ເຫດ​ການ “11 ກັນຍາ”, ອີກ​ເຄິ່ງ​ໜຶ່ງ​ໂອນ​ເຂົ້າ​ໜຶ່ງບັນ​ຊີ​ໃນ​ທະ​ນາ​ຄານ​ຄັງ​ສຳ​ຮອງ​ສະ​ຫະ​ລັດ​ນະ​ຄອນ​ນິວຢອກ ເພື່ອ​​ໃຊ້​ເຂົ້າ​ໃນ​ການ​ອັນ​ທີ່​ເອີ້ນ​ວ່າ “ຊ່ວຍ​ເຫຼືອປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ”. ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ຍັງ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ: ຊັບ​ສິນ​ເຫຼົ່າ​ນີ້​ຈະ​ບໍ່​ມອບ​ໃຫ້ລັດ​ຖະ​ບານຕາ​ລີ​ບັນ.

​ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ວັນ​ທີ 11 ກຸມ​ພາ​ນີ້, ທ່ານ​ໂມ​ຮາ​ມັດ ນາ​ອິມ ໂຄ​ສົກ​ສຳ​ນັກ​ງານ​ການ​ເມືອງ​ອັ​ຟ​ກາ​ນິ​ສະ​ຖານ​ປະ​ຈຳ​ໂດ​ຮາ​​ປະ​ເທດ​ກາ​ຕາໄດ້​ພິມ​ບົດ​ຄວາມ​ລົງສື່​ສັງ​ຄົມ​ອອນ​ລາຍ ໂດຍກ່າວ​ປະ​ນາມ​ອາ​ເມ​ຣິ​ກາ “​ໂຈນ​ນະ​ກຳ” ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ ແລະ ກ່າວ​ວ່າ: ອາ​ເມ​ຣິ​ກາ “ໄດ້​ເສື່ອມ​ຊາມ​ລົງ​ຮອດ​ລະ​ດັບ​ຕ່ຳ​ສຸດ​ໃນ​ດ້ານ​​ຄວາມ​ເປັນ​ມະ​ນຸດ ແລະ ດ້ານ​ສິນ​ທຳ”.

ວັນ​ທີ 15 ສິງ​ຫາ​ປີ 2021, ກຸ່ມ​ປະ​ກອບ​ອາ​ວຸດ​ຕາ​ລີ​ບັນ​ໄດ້​ເຂົ້າ​ໄປຄວບ​ຄຸມ​ນະ​ຄອນຫຼວງ​ກາ​ບູນ​​ປະ​ເທດ​ອັ​ຟ​ກາ​ນິ​ສະ​ຖານ. ລັດ​ຖະ​ບານ​ໂຈ ໄບ​ເດັນ ໄດ້​​ອາ​ຍັດ​ເງິນສຳ​ຮອງ​ຕາ​ສະ​ກຸນ​ເງິນ​ຕ່າງ​ປະ​ເທດ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນິ​ສະ​ຖານໃນ​ທັນ​ທີ.

ຄຳ​ເຫັນ

0