黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 400 ລ້ານກໍລະນີ

2022-02-13 16:45:34 cri

ຕົວເລກທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 10 ກຸມພານີ້ ສະແດງໃຫ້ ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 400 ລ້ານກໍ ລະນີ, ຈຳນວນຜູ້ເສຍຊີວິດທັງຫມົດມີຫຼາຍກວ່າ 5,77 ລ້ານຄົນ.

  ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 16 ໂມງ 13 ນາທີຂອງວັນທີ 10 ກຸມພານີ້ຕາມເວລາວຽງຈັນ, ຜູ້ຖືກບົ່ງມະຕິເປັນພະຍາດ ໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນທົ່ວໂລກ ມີເຖິງ 2.332.592 ກໍລະນີ, ລວມທັງໝົດແມ່ນ 402.044.502 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຍ້ອນເປັນພະຍາດດັ່ງກ່າວ 12.005 ຄົນ, ລວມທັງໝົດແມ່ນ 5.770.023 ຄົນ.

  ໃນນັ້ນ, ອາເມຣິກາແມ່ນປະເທດທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ໂດຍມີຜູ້ຖືກບົ່ງມະຕິດເປັນພະຍາດດັ່ງກ່າວຫຼາຍ ກວ່າ 76,44 ລ້ານກໍລະນີ, ຈຳນວນຜູ້ເສຍຊີວິດມີຫຼາຍກວ່າ 9,02 ແສນຄົນ.

ຄຳ​ເຫັນ

0