蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ຮັບ​ຊົມ​ການ​ຖ່າຍ​ທອດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

2022-02-13 15:13:50 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ ​ຢູ່​ສູນ​ຂ່າວຫຼັກ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ​ໃນ​ວັນ​ທີ 12 ກຸມ​ພາ​ນີ້, ທ່ານ​ມັກ ອາ​ດາມ​ສ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ກ່ອນ​ວັນ​ທີ 10 ກຸມ​ພາ​ນີ້, ມີ​ຜູ້​ຊົມ 515 ລ້ານ​ຄົນ​ຢູ່​ແຜ່ນ​ດິນ​ໃຫຍ່​ ແລະ ເຂດ​ມາ​ເກົາ​ຈີນ​ໄດ້​ຮັບ​ຊົມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໂດຍ​ຜ່ານ​ CCTV ຈີນ; ຢູ່​ອາ​ເມ​ຣິ​ກາ, ມີ​ຜູ້​ຊົມຫຼາຍກວ່າ 100 ລ້ານ​ຄົນ​ໄດ້​ຮັບ​ຊົມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໂດ​ຍ​ຜ່ານເຄືອ​ຂ່າຍ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ ຫຼື NBC.

ໃນ​ວັນ​ທີ10 ກຸມ​ພາ​ນີ້, ທ່ານ​ຢຽນ​ນິ​ສ ເອກ​ຊາ​ໂ​ຄສ ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານຂອງ​ບໍ​ລິ​ສັດ​ບໍ​ລິ​ການ​ການ​ຖ່າຍ​ທອດ​ໂອ​ລິມ​ປິກ ຫຼື OBS ເຄີຍ​ກ່າວ​ວ່າ: ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກາຍ​ເປັນ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມີ​ອັດ​ຕາ​ຮັບ​ຊົມ​ທາງ​ໂທ​ລະ​ພາບສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ສ່ວນ​ຢູ່​ຕາມ​​ສື່​ດີ​ຈີ​ຕອນ​ທີ່​ສັງ​ກັດ​ບໍ​ລິ​ສັດ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ ຫຼື NBC, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ໄດ້​ກາຍ​ເປັນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ທີ່​ມີ​ອັດ​ຕາ​ຮັບ​ຊົມ​ທີ່​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0