吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວະ​ລາ​ດີ​ເມຍ ປູ​ຕີນ​ຕຳ​ໜິ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ປຸກ​ປັ່ນ​ສະ​ຖາ​ນະ​ການ​​ຄວາມເຄັ່ງ​ຕຶງ

2022-02-14 14:55:05 cri

图片默认标题_fororder_微信图片_20220214145426

    ​ໂດຍແນ​ໃສ່ເລື່ອງ​ທີ່​ສາຍ​ພົວ​ພັນ​ຣັດ​ເຊຍ-​ປະ​ເທດ​ຕາ​ເວັນ​ຕົກສືບ​ຕໍ່​ມີ​ຄວາມ​ເຄັ່ງ​ຕຶງ​ຍ້ອນ​ບັນ​ຫາ​ກ່ຽວ​ກັບ​ອູ​ແກຼນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ວັນ​ທີ 12 ກຸມ​ພາ​ນີ້, ທ່ານ ວ​ະ​ລາ​ດີ​ເມຍ ປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ​ທ່ານ​ໂຈ ​ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ສົ​ນ​ທະ​ນາກັນ​ຜ່ານ​ທາງ​ໂທ​ລະ​ສັບ. ທ່ານ​ອູ​ຊາ​ໂຄ​ຟ ຜູ້​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ແຈ້ງ​ຂໍ້​ມູນ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​​ຂອງສອງ​ຝ່າຍ, ໂດຍ​ກ່າວ​ວ່າ: ທ່ານ ວ​ະ​ລາ​ດີ​ເມຍ ປູ​ຕີນໄດ້​ຕຳ​ໜິ​ພຶດ​ຕິ​ກຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ສົ່ງ​ກອງ​ທະ​ຫານ ແລະ​ອາ​ວຸດ​ໃຫ້​ກັບ​ອູ​ແກຼນ, ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

    ທ່ານ​ອູ​ຊາ​ໂຄ​ຟ​ກ່າວ​ວ່າ, ຢູ່​ຜືນ​ແຜ່ນ​ດິນ​ຣັດ​ເຊຍ, ເຖິງວ່າ​ບໍ່​​ໄກ​ຈາກຊາຍ​ແດນ​ອູ​ແກຼນ​ກໍ​ຕາມ, ແຕ່​ສະ​ຖາ​ນະ​ການ​​ໄດ້ເຄັ່ງ​ຕຶງ​ຂຶ້ນ​ຍ້ອນ​ການ​ເຄື່ອນ​ໄຫວ​ທາງ​​ການ​ທະ​ຫານທີ່ມີ​ຈຸດ​ປະ​ສົງ​ແນ​ໃສ່​​ຣັດ​ເຊຍ​ໄດ້​ດຳ​ເນີນມາ​ເປັນ​ເວ​ລາຫຼາຍ​ເດືອນ​ແລ້ວ, ແຕ່​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​​ເປັນ​ຕາ​ຢາກຫົວ​ຂວັນ.  ຄວາ​ມ​ຈິງ​ກໍ​ຄື​ອາ​ເມ​ຣິ​ກາ​ກຳ​ລັງ​ປຸກ​ປັ່ນ​ເລື່ອງທີ່​​ວ່າ “ຣັດ​ເຊຍ​ຈະ​ຮຸກ​ຮານ​ອູ​ແກຼນ​ຕາມ​ແຜນ​ການ”, ຈົນ​ເຖິງ​​ຂັ້ນໄດ້​ປະ​ກາດ​ “​ວັນ​ເວ​ລາ”. ພ້ອມດຽວ​ກັນ​ນັ້ນ, ອາ​ເມ​ຣິ​ກາ​​ໄດ້ຮ່ວມ​ກັນ​ກັບ​ພັນ​ທະ​ມິດ, ເພີ່ມ​ທະ​ວີ​ກຳ​ລັງ​ດ້ານ​ການ​ທະ​ຫານ​ຂອງ​ຕົນ​ໄປ​ປະ​ຈຳ​​ຢູ່ອູ​ແກຼນ.

 

ຄຳ​ເຫັນ

0