蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ເປັນ​ງານ​ມະ​ໂຫລານ​ດ້ານ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ງານ​ວາງ​ສ​ະ​ແດງ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິກ​ອີກ​ດ້ວຍ

2022-02-14 15:31:37 CRI

ການ​ແຂ່ງ​ຂັນ​ລາຍ​ການ​ຕ່າງໆ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ພວມ​ດຳ​ເນີນ​ໄປ​ຢ່າງ​ຂ້ຽວ​ຂາດ, ໃນ​ຖາ​ນະ​ເປັນ​ງານ​ມະ​ໂຫລານ​​ດ້ານ​ກິ​ລາ, ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຍັງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ ຍ້ອນ​ວ່າ​ການ​ຈັດ​ງານ​ແມ່ນ​ໄດ້​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນ​ສູງຫຼາຍ​ຢ່າງ.

ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້, ຄົນ​ທັງຫຼາຍ​ສາ​ມາດ​ຮັບ​ຊົມ​​ລີ​ລາ​ແລະຄວາມ​ໄວຂອງ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ລາຍ​ການ​ຕ່າງໆໄດ້​ຢ່າງ​ສົມ​ໃຈ​ຜ່ານ​ການ​ຖ່າຍ​ທອດ​ສົດ, ສາ​ມາດ​ຮັບ​ຊົມ​ຄວາມ​ກະ​ຕື​ລື​ລົ້ນ​ແລະ​ມິດ​ຕະ​ພາບ​ລະ​ຫວ່າງ​ນັກ​ກິ​ລາ​ທັງຫຼາຍ. ແຕ່ນອກ​ຈາກ​ນີ້​ແລ້ວ, ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຄັ້ງ​ນີ້​ຍັງ​ໄດ້​​ນຳໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ຂັ້ນ​ສູງ​ແລະ​ໃໝ່ຫຼາຍ​ຢ່າງ ໂດຍ​ໄດ້​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການຈັດ​ງານ​ໂອ​ລິມ​ປິກ​ຕາມ​ທິດ​ສີ​ຂຽວ ແລະ ກາກບອນ​ຕ່ຳ. ໃນ​ຂະ​ນະ​ທີ່​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃຫ້​ດີ, ຍັງ​ໄດ້​ເຮັດ​ໃຫ້​ງານ​ກິ​ລາ​ໂອ​ລິ​ມ​ປິກ​ຄັ້ງ​ນີ້​ກາຍ​ເປັນ​​ງານ​ວາງ​ສະ​ແດງ​ດ້ານວິ​ທະ​ຍາ​ສາດ​ເຕັກ​ນິ​ກ​​ຂັ້ນສູງ​ແລະ​ໃໝ່​ອີກ​ດ້ວຍ.

ທວນ​ໄຟ​​​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງເປັນ​ທວນ​ໄຟ​ທີ່ໃຊ້​ເຊື້ອ​ໄຟ​ຮີ​ໂດ​ຣ​ແຊນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈີນ​ໄດ້​ຊ່ວຍ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການນຳ​ໃຊ້​​ເຊື້ອ​ໄຟ​ຮີ​ໂດ​ຣ​ແຊນ ເຊັ່ນ: ບໍ່​ຫ້​ມັນ​ລະ​ເບີດ, ຮົ່ວ​ໄຫຼ ແລະ ຄວບ​ຄຸມ​ຍາກ ເຊິ່ງ​ໄດ້​ບັນ​ລຸ​ການ​ເປົ້າ​ໝາຍ​ການ​ນຳ​ໃຊ້​ທວນ​ໄຟ​ທີ່​​ລະ​ບາຍ​ກາກບອນ​ດິ​ອັອກ​ຊິດ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ບໍ່​ວ່າ​ຢູ່​ສະ​ໜາມ​ແຂ່ງ​ຂັນ ຫຼື​ບ້ານ​ພັກ​ນັກ​ກິ​ລາ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ຈະ​ປະ​ກົດ​ໃຫ້ເຫັນ​ຢູ່​ເລື້ອຍໆ, ພວກ​ມັນ​ໄດ້​ແລ່ນ​ໄປ​ມາ​ຢູ່​​ຫົນ​ທາງ​ທຸກ​ສາຍ, ອະ​ນາ​ໄມ​ຄວາມ​ສະ​ອາດ, ​ຂ້າ​ເຊື້ອ, ປຸງ​ແຕ່ງ​ອາ​ຫານ, ​ສົ່ງ​ອາ​ຫານ ແລະ ອື່ນໆ. ໃນ​ໂຮງ​ອາ​ຫານ​​ສຳ​ລັບ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ມີ​ລະ​ບົບ​ບໍ​ລິ​ການ​ສັ່ງ​ອາ​ຫານ​ແບບ​ອັດ​ຕະ​ໂນ​ມັດ​ຕະຫຼອດ 24 ຊົ່ວ​ໂມງ, ອຸ​ປະ​ກອນ​ປຸງ​ແຕ່ງ​ອາ​ຫານ​ແບບ​ອັດ​ຕະ​ໂນ​ມັດ​ສາ​ມາດ​ປຸງ​ແຕ່ງ​ອາ​ຫານ​ໄດ້ 10 ກວ່າ​ຊະ​ນິດ ເຊັ່ນ: ​ແຮ​ມ​ເບີ​ເກີ, ຂະ​ໜົມ​ກ້ຽວ, ຂົ້ວ​ຜັກເປັນ​ຕົ້ນ, ສ່ວນ​ອາ​ຫານ​ທີ່​ປຸງ​ແຕ່ງ​ຮຽບ​ຮ້ອຍ​ແລ້ວ, ຈະ​ຜ່ານ​ຈາກ “ລະ​ບົບ​ຂົນ​ສົ່ງ​ເທິງ​ເພ​ດານ” ສົ່ງ​ໄປ​ເຖິງ​ໜ້າ​ໂຕະ​ຂອງ​ຜູ້​ສັ່ງ​ອາ​ຫານ. ຫຸ່ນ​ຍົນ​​ຍັງ​ສາ​ມາດ​ປຸງ​ແຕ່ງ​ເຫຼົ້າ​ຄັອກ​ເທວ​ຈອກ​ໜຶ່ງ​ໃຊ້​ເວ​ລາ​ພຽງ​ແຕ່ 5 ວິ​ນາ​ທີ, ເຮັດ​ໃຫ້​ນັກ​ກິ​ລາ​ທັງຫຼາຍ​ພາ​ກັນ​ຖ່າຍ​ຮູບ, ທ້າວ​ວິນ​ລຽມ ດາວກ​ລາ​ສ ຊາວ​ເນັດ​ອັງ​ກິດ​ກ່າວ​ວ່າ: “ຫຸ່ນ​ຍົນ​ໂຕ​ນີ້​ມັນ​ທັງ​ໜ້າ​ຮັກ​ທັງ​ສະຫຼາດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຍາມເຮັດເຫຼົ້າ​ຄອກ​ເທວ.”

ສະ​ໜາມ​​ແຂ່ງ​ຂັນ​​ກິ​ລາຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກໍ​ໄດ້​​ນຳໃຊ້​ວິ​ທະ​ຍາ​ສາດ​ຂັ້ນສູງ​ແລະ​ໃໝ່ຫຼາຍ​ຢ່າງ​ເຊັ່ນ​ກັນ​ເຊັ່ນ: ເຕັກ​ນິກ​ເຮັດນ້ຳ​ກ້ອນ​ດ້ວຍ​ກາກບອນ​ດິ​ອັອກ​ຊິດ​ໂດຍ​ກົງ​​ຢູ່ສະ​ໜາມ​ແຂ່ງ​ຂັນ​ກິ​ລາ​ສະ​ເກັດ​ຄວາມ​ໄວ​​ແຫ່ງ​ຊາດຈີນ, ໂດຍໃຊ້​ວິ​ທີ​ການ​ວາງ​ເຫຼັກ​ສະ​ແຕນ​ເລດ​ຢູ່​ໃຕ້​ພື້ນ​ນ້ຳ​ກ້ອນ, ເຮັດ​ໃຫ້​ອຸນ​ຫະ​ພູມ​ຂອງ​ໜ້າ​ນ້ຳ​ກ້ອນ​ບໍ່​ຫຼຸດ​ລື່ນ 0,5 ອົງ​ສາ ເຊິ່ງ​ໄດ້​ກາຍ​ເປັນນ້ຳ​ກ້ອນ​ທີ່​ສົມ​ບູນ​ທີ່​ສຸດ ແລະ ສະ​ໝ່ຳ​ສະ​ເໝີ​ທີ່​ສຸດ, ໄດ້​ເຮັດ​ໃຫ້​ນັກ​ກິ​ລາ​ທັງຫຼາຍ​​ສາ​ມາດສະ​ແດງ​ລີ​ລາ​ຂອງ​ຕົນ​ໄດ້​ເຖິງ​​ສຸດ​ສີ​ມື. ສະ​ໜາມ​ກິ​ລາລອຍ​ນ້ຳ “​ຮູບ​ຈະ​ຕຸ​ລັດ” ​ຖືກ​ດັດ​ແປງ​ໃຫ້ກາຍ​ມາ​ເປັນສະ​ໜາມ​ກິ​ລາ “ນ້ຳ​ກ້ອນ​ຈະ​ຕຸ​ລັດ” ເຮັດ​ໃຫ້​ສະ​ໜາມ​ກິ​ລາ​ລອຍ​ນ້ຳ​ແຫ່ງ​ຊາດ​ຈີນ​ກາຍ​ເປັນ​ສະ​ໜາມ​ກິ​ລາ​ນ້ຳ​ກ້ອນ​ແຫ່ງ​ຊາດ​ຈີນ ແລະ ກໍ​ຍັງ​ສາ​ມາດ​ດັດ​ແປງ​ໃຫ້​ກາຍ​ມາ​ເປັນ​ສະ​ໜາມ​ກິ​ລາ​ລອຍ​ນ້ຳ​ຄືນ​ໃໝ່​ໄດ້​ອີກ ​ດ້ວຍ​ການ​ນຳ​ໃຊ້​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່ ເຊິ່ງ​​ແມ່ນແບບ​ຢ່າງ​​ທີ່​ດີ​ເດັ່ນ​​ຂອງ​ຈີນ​ໃນການ​ນຳ​ໃຊ້​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ແບບ​ຍືນ​ຍົງ. “ລານ​ສະ​ກີ​ໂດດ​ທີ່​ສວນ​ໂສ​ກ່າງ” ທີ່​ສ້າງ​ຂຶ້ນ​ຢູ່ໂຮງ​​ງານຜະ​ລິດ​ເຫຼັກ​ແລະ​ເຫຼັກ​ກ້າ​​ຮ້າງໂສ​ກ່າງ​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ ໄດ້​ນຳ​ໃຊ້​ເຫຼັກ​ກ້າ​ແບບ​ໃໝ່​ທີ່​ທົນ​ຕໍ່​ຄວາມ​ໜາວ ແລະ ​ທົນ​ຕໍ່ການ​​ກັດ​ເຊາະ​ຈາກ​ສານ​ລະ​ລາຍ​ຫິ​ມະ​ໄດ້​ເປັນ​ຢ່າງ​ດີ​ທີ່​​ຖືກຄົ້ນ​ຄວ້າ​ຜະ​ລິດ​ອອກ​ມາ​ໃໝ່, ທັງ​ມີ​ຄວາມ​ປອດ​ໄພ ທັງ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ. “ໜັງ​ສື​ພິມ​​ເວ​ທີ​ປຶກ​ສາ​ຫາ​ລືຊີ​ກາ​ໂກ” ຂອງ​ອາ​ເມ​ຣິ​ກາ​ສະ​ບັບ​ວັນ​ທີ 7 ກຸມ​ພາ​ນີ້​ໄດ້​ລົງ​ພິມ​ບົດ​ຄວາມ​ວ່າ: “ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂຮງ​​ງານຜະ​ລິດ​ເຫຼັກ​ກ້າ​ຮ້າງ​ແຫ່ງ​ໜຶ່ງ​ໄດ້​​ນຳໃຊ້ “ທໍ່​ຄວັນ​ຮ້າງ​ໄດ້​ຢ່າງ​ອັດ​ສະ​ຈັນ” ສົ່ງ​ນັກ​ກິ​ລາ​ສະ​ກີ​ສະ​ແດງ​ລີ​ລາ​ຢູ່​ກາງ​ເວ​ຫາ. ເພື່ອ​ສະ​ທ້ອນໃຫ້​ເຫັນ​ເຖິງ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​​ລານ​ສະ​ກີ​ໂດດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ຢູ່​ສວນ​ໂສ​ກ່າງ.

ນອກ​ຈາກ​ນີ້​ແລ້ວ, ການ​ນຳ​ໃຊ້​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່ຫຼາຍ​ຢ່າງ​ໃນ​ການ​ຊຳ​ລະ​ຂີ້​ເຫຍື້ອ​ແລະ​ນ້ຳ​ເປື້ອນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຄັ້ງ​ນີ້, ຍັງ​ມີ​ເຕັກ​ນິກ​​ທີ່​ນຳໃຊ້​ພະ​ລັງ​ງານ​ສີ​ຂຽວ ແລະ ​ພາ​ຫະ​ນະ​ດ້ານ​ຄົມ​ມະ​ນາ​ຄົມ​​ທີ່​ປ່ອຍກາກບອນ​ຕ່ຳ​ເປັນ​ຕົ້ນ ເຊິ່ງ​ໄດ້​ເຮັດ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກາຍ​ເປັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່ “ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ສຸດ” ໃນ​ປະ​ຫວັດ​ສາດ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ​ງານ​ມະ​ໂຫລານ​ດ້ານ​ກິ​ລາ​ຄັ້ງ​ນີ້​ເປັນ​ການໂຮມ​ສູນ​ວາງ​ສະ​ແດງ​ແລະ​​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນສູງ​ແລະ​ໃໝ່​ຂອງ​ຈີນ, ​ສະ​ນັ້ນ, ຈິ່ງ​ຖື​ໄດ້​ວ່າ​: ເປັນ “ງານ​ວາ​ງສະ​ແດງດ້ານວິ​ທະ​ຍ​າ​ສາດ​ເຕັກ​ນິກ” ທີ່​ແທ້​ຈິງ​ຄັ້ງ​ໜຶ່ງ.

ຄຳ​ເຫັນ

0