郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ຣັດ​ເຊຍ-ອູ​ແກ​ຣນ ນາ​ຍົກ​ເຢຍ​ລະ​ມັນ​ຈະ​ເດີນ​ທາງ​ໄປ​ໄກ່​ເກ່ຍ​ຢູ່​ທັງ​ສອງ​ປະ​ເທ​ດ​ດັ່ງ​ກ່າວ

2022-02-14 11:59:57 cri

ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ຣັດ​ເຊຍ-ອູ​ແກ​ຣນ ນາ​ຍົກ​ເຢຍ​ລະ​ມັນ​ຈະ​ເດີນ​ທາງ​ໄປ​ໄກ່​ເກ່ຍ​ຢູ່​ທັງ​ສອງ​ປະ​ເທ​ດ​ດັ່ງ​ກ່າວ_fororder_1741645706

ວັນ​ທີ14ແລະ​ວັນ​ທີ15ກຸມ​ພານີ້, ທ່ານ​ໂ​ອລາ​ຟ ​ໂຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອູ​ແກ​ຣນ​ແລະ​ຣັດ​ເຊຍ ເພື່ອ​ເຈ​ລະ​ຈາ​ກັບ​ທ່ານ​ວະ​​ລາ​​ດີ​ເມຍ ເຊ​ເລນ​ສະ​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກ​ຣນ​ແລະ​ທ່ານ ວະ​​ລາ​​ດີ​ເມຍ ປູ​ຕີນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໂດຍ​ຫວັງ​ຢາກ​ຜ່ອນ​ຄາຍ​ສະ​ຖາ​ນະ​ການຄວາມ​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ​ໃນ​ສະ​ເພາະ​ໜ້ານີ້​ ໂດຍຜ່ານ​ວິ​ທີ​ທາງ​ການ​ທູດ.

ຝ່າຍ​ອູແກ​ຣນ​ແມ່ນ​ມີ​ຄວາມຫວັງ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ໂ​ອລາ​ຟ ​ໂຊນໃນ​ເທື່ອນີ້ ໂດຍ​ເຫັນ​ວ່າ​ການ​ພົວ​ພັນ​ສອງ​ຝ່າຍ​ຈະ​​ຂຽນປະ​ຫວັດ​ສາດ​ໜ້າ​ໃໝ່. ​ມາ​ຮອດ​ປັດ​ຈຸ​ບັນ,ທ່ານ​ໂ​ອ ລາ​ຟ ​ໂຊນ ໄດ້​ຍຶດ​ໝັ້ນໃນ​ຫຼັກ​ການ​ທີ່ວ່າ​ເຢຍ​ລະ​ມັນ​ຈະ​ບໍ່ສະ​ໜອງ​ອາ​ວຸດ​ໃຫ້​ອູ​ແກ​ຣນມາ​ໂດຍ​ຕະ​ຫຼອດ. ສ່ວນຝ່າຍ​ຣັດ​ເຊຍ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ກຸ່ມ​ນາ​ໂຕ​ຢຸດ​ຕິ​ການ​ຂະ​ຫຍາຍສະ​ມາ​ຊິກ​ຢູ່​ທິດ​ຕາ​ເວັນ​ອອກ,ໂດຍ​ສະ​ເພາະ​ແມ່ນ​ບໍ່​ໃຫ້​ຮັບ​ເອົາ​ອູ​ແກ​ຣນ​ເຂົ້າ​ຮ່ວມ​ກຸ່ມ​ນາ​ໂຕ.

ຄຳ​ເຫັນ

0