吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຄ່ອຍໆ​ຍົກ​ເລີກ​ການ​ກັກ​ບໍລິ​ເວ​ນສຳລັບ​ຄົນ​ເດີນທາງ​ເຂົ້າປະ​ເທດ

2022-02-15 13:24:38 CRI

ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຄ່ອຍໆ​ຍົກ​ເລີກ​ການ​ກັກ​ບໍລິ​ເວ​ນສຳລັບ​ຄົນ​ເດີນທາງ​ເຂົ້າປະ​ເທດ_fororder_印尼机场

 

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ກຸມພາ​ນີ້, ກະຊວງ​ປະສານງານວຽກ​ງານ​ທາງ​ທະ​ເລ ​ແລະ ການ​ລົງທຶນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍມີ​ຄວາມລະມັດລະວັງ​ຫຼາຍ​ໃນ​ເວລາ​ປະຕິບັດ​ຕາມ​ມາດ​ຕະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດສຳລັບ​ຜູ້​ເດີນທາງ​ເຂົ້າປະ​ເທດ, ປັດຈຸບັນ, ນັກ​ທ່ອງ​ທ່ຽວ​ ​ຕ່າງປະ​ເທດ​​ເຂົ້າ​ເມືອງ​ຍັງຕ້ອງກັກ​ບໍລິ​ເວນ​ເປັນ​ເວລາ 5 ວັນ.

 

​ແຕ່​ຖ້າ​ຫາກ​ວ່າສະພາບ​ການມີ​ທ່າ​ອ່ຽງດີ​ຂຶ້ນ​ໃນ​ຕໍ່ໜ້າ, ລັດຖະບານ​ຈິ່ງຈະ​ມີ​ແຜນ​ຫຼຸດ​ໄລຍະ​ເວລາ​ກັກ​ບໍລິ​ເວນ​ສຳລັບ​ບຸກຄົ​ນ​ເຂົ້າປະ​ເທດ​ເປັນ​​​ເວລາ 3 ​ວັນ​​ເຊິ່ງຈະ​ເລີ່​ມແຕ່​ວັນ​ທີ 1 ມີນາ ຫຼື ກ່ອນ​ວັນ​ທີ 1 ມີນາ. ຖ້າວ່າ​ສະພາບ​ການ​ດີ​ຂຶ້ນ,​ ອິນ​ໂດ​ເນ​ເຊຍ​ອາດ​ຈະ​ຍົກ​ເລີກ​ການກັກ​ບໍລິ​ເວນ​ແບບ​ລວມສູນ​ ​ເຊິ່ງຈະ​ເລີ່​ມ​ແຕ່​ວັນ​ທີ 1 ​ເມສາ ຫຼື ກ່ອນ​ເວລາ​ດັ່ງກ່າວ.

 

 

 

ຄຳ​ເຫັນ

0