吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ບັນ​ຫາ​ຣັດ​ເຊຍ-ອູ​ແກຼນ​ຕ້ອງ​ແກ້​ໄຂ​ພາຍ​ໃຕ້​​ວິ​ທີ​ທາງ​ການ​ທູດ

2022-02-15 16:34:32 cri

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ:  ບັນ​ຫາ​ຣັດ​ເຊຍ-ອູ​ແກຼນ​ຕ້ອງ​ແກ້​ໄຂ​ພາຍ​ໃຕ້​​ວິ​ທີ​ທາງ​ການ​ທູດ_fororder_微信图片_20220215162751

    ວັນ​ທີ 14 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໂດຍໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ແກ້​ໄຂ​ສະ​ຖາ​ນະ​ການ​​ຄວາມເຄັ່ງ​ຕຶງ​​​ລະ​ຫວ່າງ​ຣັດ​ເຊຍ ແລະ​ອູ​ແກຼນ​ໃນ​ປັດ​ຈຸ​ບັນ​ນີ້​ດ້ວຍ​ວິ​ທີ​ທາງ​ການ​ທູດ.

    ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ​ກ່າວ​ວ່າ: ທ່ານ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​ກ່ຽວ​ກັບສະ​ຖາ​ນະ​ການ​ຢູ່​ເອີ​ຣົບ​​ທີ່ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ແລະ​​ການ​ຄາດ​ຄະ​ເນ​ເຖິງ​ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານ​ໄດ້​ເພີ່ມ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ການ​​ເປັນປໍ​ລະ​ປັກ​ກັນ​ກ່ຽວ​ກັບບັນ​ຫາ​ອູ​ແກຼນ​ຈະ​ນຳ​ເອົາ​ຄວາມ​ເສຍ​ຫາຍ​ທີ່​ຄາດ​ຄິດ​ບໍ່​ເຖິງ​ມາ​ໃຫ້​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ຣົບ ແລະ​ທົ່ວ​ໂລກ.

    ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ​​ຈົ່ງເຄົ​າ​ລົບກົດ​ບັດ​​ອົງ​ການ​ສະ​ຫະ​ປະ​ຊາດ​ຢ່າງ​ເຕັມ​ທີ່, ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ ແລະ​ມີ​ການປະ​ຕິ​ບັດ​ຕົວ​ຈິງ​ໄປ​ພ້ອມ.

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ​ກ່າວ​​ຕື່ມວ່າ: ​ບໍ່​ຄວນ​ມີຄຳ​ເວົ້າ​ທີ່​ມີ​ລັກ​ສະ​ນະ​ປຸກ​ປັ່ນ. ຈຸດ​ປະ​ສົງ​ຂອງ​ຄຳ​ຖະ​ແຫຼງ​ການ​ຂອງ​ບັນ​ດາ​ປະ​ເທດທີ່​ເປີດ​ເຜີຍ​ມາ​ນັ້ນ​ຄວນ​ແມ່ນ​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ, ຫາກ​ບໍ່​ແມ່ນ​ເພື່ອ​ຫວັງ​ປຸກ​ປັ່ນ​ສ​ະ​ຖາ​ນະ​ການ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ກາ​ນ​​ໄກ່​ເກ່ຍ ແລະ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ທາງ​ດ້ານ​ການ​ຕ່າງ​ປະ​ເທ​ດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ລວມ​ທັງ​ການ​ພົບ​ປະ​ກັນ​ລະ​ຫວ່າງ​​ບັນ​ດາປະ​ມຸກ​ລັດ​, ແຕ່​ຍັງ​ຕ້ອງ​ມີ​ການ​ເຄື່ອນ​ໄຫວຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0