郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດອາ​ຊຽນ

2022-02-15 11:31:20 cri

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດອາ​ຊຽນ_fororder_2133424351

​ວັນ​ທີ15ກຸມ​ພາ​ນີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ມ​າ​ເລ​ເຊຍໄດ້ອອກ​ຖະ​ແຫຼງ​ການ​​ວ່າ: ທ່ານ​ໄຊ​ຟຸ​ດ​ດິນ ອັບ​ດູ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ຈະເດີນ​ທາງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບລັດ​ຖະ​ມົນ​ຕີຂອງ​ປະ​ເທດອາ​ຊຽນທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງພະ​ນົມ​ເປັນ​​ປະ​ເທດ​ກຳ​ປູ​ເຈຍ​ແຕ່​ວັນ​ທີ16ຫາ​ວັນ​ທີ17ກຸມ​ພານີ້, ເຊິ່ງ​ເປັນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ແຜນ​ການ​ຂອງ​ປະ​ເທດ​ສະ​ມ​າ​ຊິກ​ອາ​ຊຽນ​​ສຳ​ລັບ​ປີ2022ນີ້.

ຖະ​ແຫຼງ​ການ​​ໄດ້​ລະ​ບຸ​ວ່າ: ​ບັນ​ດາລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ ເຊັ່ນ: ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງທີ38 ແລະ​​ຄັ້ງ​ທີ39, ແລະກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ອື່ນໆ, ພ້ອມ​ດ້ວຍການ​ພົວ​ພັນຂອງ​ອາ​ຊຽນ​ກັບ​ພາຍນອກ ແລະ​ອື່ນໆ. ນອກ​ຈາກນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຍັງ​ຈະ​ປຶກ​ສາ​ຫາ​ລືມາດ​ຕະ​ການ​ການ​ຊຸກ​ຍູ້ໃຫ້​ກຳ​ປູ​ເຈຍໃນ​ຖາ​ນະ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ປີ2022​ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ ແລະ​ຫົວ​ຂໍ້​ບູ​ລິ​ມະ​ສິດ​ອື່ນໆ ພ້ອມ​ກັບ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສົນ​ໃຈ​ນຳ​ກັນ.

ຄຳ​ເຫັນ

0