吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ມີ​ນັກ​ກິ​ລາ​ຍິງ​ເຂົ້າ​ຮ່ວມຫຼາຍ​ທີ່​ສຸດ ແລະ ນັກ​ກິ​ລາ​ຍິງເຂົ້າ​​ຮ່ວມ​ການ​ແຂ່​ງ​ຂັນ​ຫຼາຍ​ລາຍ​ການ​ທີ່​ສຸດ

2022-02-15 16:30:26 cri

 ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ມີ​ນັກ​ກິ​ລາ​ຍິງ​ເຂົ້າ​ຮ່ວມຫຼາຍ​ທີ່​ສຸດ ແລະ ນັກ​ກິ​ລາ​ຍິງເຂົ້າ​​ຮ່ວມ​ການ​ແຂ່​ງ​ຂັນ​ຫຼາຍ​ລາຍ​ການ​ທີ່​ສຸດ_fororder_微信图片_20220215162739

    ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ແລະ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ທີ 14 ກຸມ​ພາ​ນີ້, ໂດຍ​ແນະ​ນຳ​ວ່າ: ​ມາ​ຮອດ​ປັດ​ຈຸ​ບັນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່​ງ​ໄດ້​ກາຍເປັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມີ​ນັກ​ກິ​ລາ​ຍິງ​ເ​ຂົ້າ​ຮວມຫຼາຍ​ທີ່​ສຸດ ແລະ​​ມີນັກ​ກິ​ລາ​ຍິງເຂົ້າ​​ຮ່ວມ​ການ​ແຂ່​ງ​ຂັນ​ຂອງຫຼາຍ​ລາຍ​ການ​ທີ່​ສຸດ.

    ທ່ານ​ມາກ ອາ​ດາມ​ສ໌ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ອັດ​ຕາ​ເຂົ້າ​ຮ່ວມ​ຂອງ​ນັກ​ກິ​ລາ​ເພດ​ຍິງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ 45,4%, ໃນ​ລາຍ​ການ​ແຂ່ງ​ຂັນ​ທັງ​ໝົດ 109 ລາຍ​ການນັ້ນ, ມີ​ນັກ​ກິ​ລາ​ຍິງ​ເຂົ້າ​ຮ່ວມ​ເຖິງ 53%. ທ່ານ​ກ່າວ​ຕື່ມ​ວ່າ: ການ​ປຸກ​ລະ​ດົມ​​ໃຫ້ນັກ​ກິ​ລາ​ຍິງເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກຫຼາຍກວ່າ​ເກົ່າ​ ແມ່ນ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ​ຄະ​ນະ​ກໍ​າ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ. ພວກ​ເຮົາ​ໄດ້​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ອົງ​ການ​ກິ​ລາ​ລາຍ​ການ​ດ່ຽວ​ຂອງສາ​ກົນ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ລະ​ດັບ​ປະ​ເທດ ແລະ​ເຂດ​ແຄວ້ນ, ​ຝ່າຍ​ຊື້​ສິດ​ຖ່າຍ​ທອດ​ສົດ ແລະ​ບໍ​ລິ​ສັດ​ໃຫ້ບໍ​ລິ​ການ​​ຖ່າຍ​ທອດ​ສົດ​ງານໂອ​ລິ​ມ​ປິກ, ໂດຍ​ໄດ້​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​​ທາງ​ເພດ​ໃນ​ລະ​ດັບຕ່າງໆ.

ຄຳ​ເຫັນ

0