何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂອ​ລິມ​ປິກ ສຸດຍອດ​ເລີຍ!

2022-02-15 16:32:07 CRI

ຕອນ​ຄ່ຳ​ວັນ​ທີ 14 ກຸມ​ພາ​ນີ້, ໃນ​ການ​ແຂ່ງ​ຂັນສະ​ກີ​​ລີ​ລາ​ກາງ​ເວ​ຫາ​ເພດ​ຍິງຮ​ອບ​ຊີງ​ຊະ​ນະ​ເລີດ​ຂອງ​​ລາຍການ​ສະ​ກີ​ທ່າ​ຟ​ຣີ​ສະ​ຕາຍ​ໃນ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ນາງ​ສີ​ເມີ້ງ​ທາວ ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ມາ​ແລ້ວ 4 ຄັ້ງ​​ນັ້ນ​ໄດ້​ຮັບຫຼຽນ​ຄຳ, ຄົນ​ທັງຫຼາຍ​ໄດ້​ໂຮ່​ຮ້ອງ​ຊົມ​ເຊີຍ​ໃຫ້​ແກ່ “ນັກ​ກິ​ລາ​ອາ​ວຸ​ໂສ”ທີ່​ໄດ້​ຍຶດ​ໝັ້ນ​ມາ 16 ປີ ແລ້ວ​ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ບັນ​ລຸ​ຜົນ​ເປັນ​ຈິງ​ໃນ​ທີ່​ສຸດ, ແລະ​ກໍ​​ຮູ້​ສຶກ​ປະ​ທັບ​ໃຈຫຼາຍ​ຕໍ່ການ​ກະ​ທຳ​ຂອງ​ນາງອັ​ສ​ເລ ຄາດ​ເວ ນັກ​ກິ​ລາ​ອາ​ເມ​ຣິ​ກາຫຼັງ​ຈາກ​ການ​ແຂ່ງ​ຂັນ.

ໂອ​ລິມ​ປິກ ສຸດຍອດ​ເລີຍ!_fororder_微信图片_20220215163012

“ທາວ​ທາວ ແຊ້ມປ້ຽນ​ໂອ​ລິມ​ປິກ!” “​ຂ້ອຍຮູ້​ສຶກ​ພາກ​ພູມ​ໃຈ​ນຳ​​ເຈົ້າຫຼາຍ!”

 

ຫຼັງ​ຈາກ​​ແນ່​ໃຈ​ວ່າ ​ນາງ​ສີ​ເມີ້ງ​ທາວ​ໄດ້ຮັບຫຼຽນ​ຄຳ​ແລ້ວ, ນາງອັ​ສ​ເລ ຄາດ​ເວ​ກໍ​ແລ່ນ​ໄປ​ກອດ​ກັບ​ນາງ​ສີ​ເມີ້ງ​ທາວ​ທີ່​ພວມ​ຢູ່​ໃນ​ຄວາມ​ຕື່ນ​ເຕັ້ນ​ໃຈ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ທັນ​ທີ, ເອີ້ນ​ນາງ​ສີ​ເມີ້ງ​ທາວ​ວ່າ “ທາວ​ທາວ” ຢ່າງ​ສະ​ໜິດສະ​ໜົມ​ກັນ, ພ້ອມທັງ​ຊົມ​ເຊີຍ​​ທີ່ນາງ​​ຍາດ​ໄດ້​ແຊ້ມ​ປ້ຽນ​ໂອ​ລິມ​ປິກ​​ຢູ່​ບ້ານ​ເກີດ​ຂອງ​ຕົນ.

 

ພາບ​ນີ້​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ຮູ້​ສຶກ​ອົບ​ອຸ່ນ. ຜູ້​ໃຊ້​ອິນ​ເຕີ​ເນັດ​ພາຍ​ໃນ​ປະ​ເທດ​ຈີນ​ພາ​ກັນ​ກ່າວ​ວ່າ, ການ​ທີ່​ເປັນ​ຄູ່​ແຂ່ງ​ຂັນ ທັງ​ເປັນ​ເພື່ອນ​ມິດ​ກັນ, ນີ້​​ຄື​ຈິດ​ໃຈ​ໂອ​ລິມ​​ປິກ, ນັກ​ກິ​ລາ​ທຸກ​ຄົນ​ທີ່​ບຸກ​ບືນ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນຂອງ​ຕົນ​ລ້ວນ​ແຕ່​ເປັນ​​ໜ້າ​ເຄົາ​ລົບ​ນັບ​ຖືຫຼາຍ.

ຜູ້​ໃຊ້​ອິນ​ເຕີ​ເນັດ​ຕ່າງ​ປະ​ເທດ​ກໍ​ໄດ້​ຍ້ອງ​ຍໍ​ວ່າ, ພາບ​ທີ່​ນາງ​​ທັງສອງ​ຄົນ​ກອດ​ກັນ ຈັ່ງ​ແມ່ນ​ເປັ​ນ​ພາບ​ພິ​ເສດ ແລະ“ດີ​ງາມຫຼາຍ”, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ກິ​ລາ​ຢ່າງ​ແທ້​ຈິງ. ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ກາ​ນາ​ດາ​ຄົນ​ໜຶ່ງ​ເວົ້າ​ວ່າ, ຕົນ​ເອງ​​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ຈົນ​ນ້ຳ​ຕາ​ໄຫຼຕັ້ງ​ແຕ່​ເຊົ້າ.

 

ງານ​ກິ​ລາ​ໂລ​ອິມ​ປິກ​ບໍ່​ພຽງ​ແຕ່​ແມ່ນ​ງານ​ມະ​ໂຫລານ​ແຫ່ງ​ການ​ແຂ່ງ​ຂັນເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ເວ​ທີ​ທີ່​ແລກ​ປ່ຽນ​ຈິດ​ໃຈ, ກໍ​ລະ​ນີ​ເກີດ​ພາບ​ປະ​ທັບ​ໃຈ​ຈາກ​ການ​ສວມກອດ​ກັນ​ຂອງ​ນາງ​ສີ​ເມີ້ງ​ທາວ ກັບ​ນາງອັ​ສ​ເລ ຄາດ​ເວຍັງ​ມີ​ຢູ່​ຢ່າງຫຼວງຫຼາຍ.

 

ໂອ​ລິມ​ປິກ ສຸດຍອດ​ເລີຍ!_fororder_微信图片_20220215163018

ວັນ​ທີ 10 ກຸມ​ພາ​ນີ້, ຫຼັງ​ຈາກ​ການ​ແຂ່ງ​ຂັນ​ສະ​ກີ​ຊ​າຍ​ດ່ຽວ​ຂອງ​ລາຍ​ການ​ສະ​ເກັດ​ລີ​ລາ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ສິ້ນ​ສຸດ​ລົງ, ທ້າວ​ຈິ່ນ​ໂປ​ຢາງ ນັກ​ກິ​ລາ​ຈີນ ແລະ ​ທ້າວຮັນ​ຢຸ ຢຸ​ຊຸ​ຣຸ ນັກ​ກິ​ລາ​ຍີ່​ປຸ່ນ​ໄດ້​ຮ່ວມ​ກັນ​ໃຊ້​ມືເຮັດ​ທ່າ​​ຮູບຫົວ​ໃຈ​ຢູ່​ບ່ອນ​ພັກ​ຜ່ອນ. ໃນ​ການ​ແຂ່ງ​ຂັ​ນ​ເທື່ອ​ນີ້, ນັກ​ກິ​ລາ​ສອງ​ຄົນ​ລ້ວນ​ແຕ່​ຢາກ​ບຸກ​ທະ​ລຸ​ຮອດ​ຈຸດ​ສູງ​ສຸດ​ຂອງ​ຕົນ, ເຊິ່ງ​ຄວາມ​ເຄົາ​ລົບ​ກັນ​ລະ​ຫວ່າງ​​ສອງ​ຄົນ​ນີ້ ເຮັດ​ໃຫ້​ຄົນ​ເຫັນ​ແລ້​ວ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸ​ດ.

ໂອ​ລິມ​ປິກ ສຸດຍອດ​ເລີຍ!_fororder_微信图片_20220215163006

ວັນ​ທີ 8 ກຸມ​ພາ​ນີ້, ໃນ​ການ​ແຂ່ງ​ຂັນ​ສະ​ກີ​​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​ເພດ​ຍິງ​ຮອບ​ຊີງ​ຊະ​ນະ​ເລີດ, ນາງ​ກູ​ໄອ້​ຫຼິງ ນັກ​ກິ​ລາ​ຈີນ​ໄດ້​ຮັບຫຼຽນ​ຄຳ. ຫຼັງ​ຈາກ​ການ​ແຂ່ງ​ຂັນ​ສິ້ນ​ສຸດ​ລົງ​ແລ້ວ, ນາງ​ກູ​ໄອ້ຫຼິງ​ບໍ່​ໄດ້​ອອກ​ຈາກ​ສະ​ໜາມ​ແຂ່ງ​ຂັນ​ໃນ​ທັນ​ທີ, ແຕ່​ໄດ້​ໄປ​ປອບ​ໃຈ​ຄູ່​ແຂ່ງ​ຂັນ​ທີ່​ກຳ​ລັງ​ສະ​ອື້ນ​ໄຫ້.

ຮູ້​ສຶກ​ຕື່ນ​ເຕັ້ນ​ໃຈ​ຍ້ອນ​ການ​ແຂ່ງ​ຂັນ, ຂໍ​ຊົມ​ເຊີຍ​​ນັກ​ກິ​ລາຢູ່​ບຸກ​ທະ​ລຸ​ຮອດ​ຈຸດ​ສູງ​ສຸດ​ຂອງ​ຕົນ,​ພ້ອມ​ທັງ​ຕົບ​ມື​ຊົມ​ເຊີຍ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ຮັກ​ແພງ​ກັນ. ໂອ​ລິ​ມ​ປິກ​ບໍ່​ແມ່ນ​ມີ​ແຕ່ຫຼຽນ​ຄຳ​ເທົ່າ​ນັ້ນ, ໂອ​ລິ​ມ​ປິກ, ສຸດຍອດ​ເລີຍ!

 

ຄຳ​ເຫັນ

0